ຫ້າມບໍລິໂພກ-ຈໍາໜ່າຍ ຜະລິດຕະພັນ ອາຫານເສີມ ຜິດກົດໝາຍ 11 ລາຍການ

16/10/2024 14:38
Email Print 83
KPL - Asean 2024 ຂປລ. ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ອອກໜັງສືແຈ້ງການ ເຖິງບໍລິສັດ, ຮ້ານຄ້າ ແລະ ພໍ່-ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ກ່ຽວກັບຫ້າມບໍລິໂພກ ແລະ ຈໍາໜ່າຍ ຜະລິດຕະພັນອາຫານເສີມຜິດກົດໝາຍ 11 ລາຍການ



ຂປລ. ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ອອກໜັງສືແຈ້ງການ ເຖິງບໍລິສັດ
, ຮ້ານຄ້າ ແລະ ພໍ່-ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ກ່ຽວກັບຫ້າມບໍລິໂພກ ແລະ ຈໍາໜ່າຍ ຜະລິດຕະພັນອາຫານເສີມຜິດກົດໝາຍ 11 ລາຍການ ​ເຊິ່ງປະກອບ​ມີ: ຜະລິດຕະພັນນົມ ແລະ ອາຫານເສີມ OVISURE GOLD, Dlgo sure, Zextra Sure, Via Sure, Canxi Hevisure gold, GluOats, Gluzextra Gold, HIUP COMPLETE, Sica sure canxi wemee, Pro up, Hevifood Body fit ເຊິ່ງຜະລິດຕະພັນ ດັ່ງກ່າວ, ແມ່ນມີການກ່າວອ້າງ ແລະ ໂຄສະນາ ສັບພະຄຸນເກີນຄວາມຈິງ, ບໍ່ໄດ້ຂຶ້ນທະບຽນ, ບໍ່ໄດ້ຮັບອະນຸຍາດນໍາເຂົ້າ ແລະ ບໍ່ໄດ້ຮັບອະນຸຍາດໂຄສະນາ ຈາກກົມອາຫານ ແລະ ຢາ.

ດັ່ງນັ້ນ, ກົມອາຫານ ແລະ ຢາ ຈຶ່ງແຈ້ງມາຍັງທຸກ​ພາກສ່ວນ ຫ້າມບໍລິໂພກ ແລະ ຈຳໜ່າຍຜະລິດຕະພັນດັ່ງກ່າວ, ຖ້າຫາກເຈົ້າໜ້າທີ່ອາຫານ ແລະ ຢາ ກວດພົບເຫັນຜະລິດຕະພັນດັ່ງກ່າວ  ແມ່ນຈະໄດ້ອາຍັດ, ຢຶດ ແລະ ຖືກປະຕິບັດມາດຕະການ ຕາມກົດໝາຍວ່າ​ດ້ວຍອາຫານ.

ເພື່ອສືບຕໍ່ຕິດຕາມ ກວດກາສະພາບການຈໍລະຈອນ ຜະລິດຕະພັນດັ່ງກ່າວ, ກົມອາຫານ ແລະ ຢາ ສະເໜີໃຫ້ພະແນກສາທາລະນະສຸກແຂວງ, ນະຄອນຫລວງ ຊີ້ນຳຂະແໜງອາຫານ ແລະ ຢາ ແຂວງ, ນະຄອນຫລວງ ຕິດຕາມກວດກາຢູ່ດ່ານນໍາເຂົ້າ ແລະ ໃນທ້ອງຕະຫລາດໃຫ້ທົ່ວເຖິງ, ເຂັ້ມງວດ ແລະ ລາຍງານມາຍັງກົມອາຫານ ແລະ ຢາ ເພື່ອຊາບ ແລະ ຊອກວິທີທາງແກ້ໄຂ.

KPL