ກຳປູເຈຍ ເປີດລະບົບເຊື່ອມຕໍ່ຊໍາລະເງິນຜ່ານຄີວອາໂຄດຂ້າມຊາຍແດນ

16/10/2024 12:31
Email Print 83
KPL - Asean 2024 ກຳປູເຈຍ ແລະ ແອນ ອິນເຕີຣເນເຊັ່ນແນລ ເປີດຕົວລະບົບເຊື່ອມຕໍ່ການຊໍາລະເງິນ ຂ້າມຊາຍແດນ ຜ່ານຄີວອາຣໂຄດ ເພື່ອເອື້ອອຳນວຍ ໃຫ້ຜູ້ໃຊ້ ແອບພິເຄຊັນ ບາກອງ(Bakong)ຂອງກຳປູເຈຍ ແລະ ອາລິເພ ພລັສ (AliPay+) ສະແກນ ຄີວອາຣໂຄດ ເພື່ອຊຳລະເງິນໄ

ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ,​ ກຳປູເຈຍ ແລະ ແອນ ອິນເຕີຣເນເຊັ່ນແນລ ເປີດຕົວລະບົບເຊື່ອມຕໍ່ການຊໍາລະເງິນ ຂ້າມຊາຍແດນ ຜ່ານຄີວອາຣໂຄດ ເພື່ອເອື້ອອຳນວຍ ໃຫ້ຜູ້ໃຊ້ ແອບພິເຄຊັນ ບາກອງ(Bakong)ຂອງກຳປູເຈຍ ແລະ ອາລິເພ ພລັສ (AliPay+) ສະແກນ ຄີວອາຣໂຄດ ເພື່ອຊຳລະເງິນໄດ້. ໃນໂອກາດນີ້ ທ່ານ ເຈີຍ ເຊເຣຍ, ຜູ້ວ່າການທະນາຄານກາງ ກຳປູເຈຍ(NBC) ເປີດເຜີຍວ່າ: ການດຳເນີນການ ໃນຄັ້ງນີ້ ຖືເປັນອີກໜຶ່ງຈຸດ ປ່ຽນແປງ ຂອງທະນາຄານກາງ ກຳປູເຈຍ ທີ່ໄດ້ເປີດຕົວລະບົບ ການຊໍາລະເງິນ ຂ້າມຊາຍແດນ  ໃໝ່ ລະຫວ່າງ ກຳປູເຈຍ ກັບອີກ 9 ປະເທດ ແລະ ພາກພື້ນເຊັ່ນ: ສປຈີນ, ສິງກະໂປ, ມາເລເຊຍ, ຟີລິບປິນ, ສ.ເກົາຫລີ ອື່ນໆ ຜ່ານບາກອງ ແລະ ອາລີເພຍພລັສ.

ຫລັງຈາກນີ້ ຜູ້ໃຊ້ ແອບພີເຄຊັນ ຊໍາລະເງິນ ສາກົນ ທີ່ເປັນພັນທະມິດກັບ ອາລີເພພລັສ ຫລາຍກວ່າ 10 ແອບ ແລະ ຈະສາມາດ ສະແກນລະຫັດ ເຄເອຊຄີວອາຣໂຄດ(KHQR Code)ເພື່ອຊຳລະເງິນໃນ ກຳປູເຈຍໄດ້. ສ່ວນໃນໄລຍະຖັດໄປ ຜູ້ທີ່ອາໄສຢູ່ ກຳປູເຈຍ ຈະສາມາດ ໃຊ້ບັນຊີ ກະເປົາເງິນ ອອນລາຍ ຊໍາລະເງິນ ຜ່ານມືຖືຂ້າມຊາຍແດນໄດ້ ຢ່າງສະດວກສະບາຍຍິ່ງຂຶ້ນ ເມື່ອເດີນທາງໄປ ສປຈີນ ແລະ ປະເທດອື່ນໆ ທີ່ມີຮ້ານຄ້າ ທີ່ຍອມຮັບ ອາລີເພພລັສ./.

KPL