ເຊເນການ ກຳນົດເປົ້າໝາຍເພີ່ມລາຍໄດ້ຕໍ່ບຸກຄົນ 50%ໃນອີກ 5 ປີຕໍ່ໜ້າ

16/10/2024 12:31
Email Print 83
KPL - Asean 2024 ລັດຖະບານ ເຊເນການ ເປີດເຜີຍ ແຜນພັດທະນາ ຊຶ່ງໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມ ລາຍໄດ້ສະເລ່ຍ ຕໍ່ບຸກຄົນ ເກືອບ 50% ໃນອີກ 5 ປີຕໍ່ໜ້າ

ຂປລ.ສຳນັກຂ່າວ ເອເອຟພີ, ລັດຖະບານ ເຊເນການ ເປີດເຜີຍ ແຜນພັດທະນາ ຊຶ່ງໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມ ລາຍໄດ້ສະເລ່ຍ ຕໍ່ບຸກຄົນ ເກືອບ 50% ໃນອີກ 5 ປີຕໍ່ໜ້າ, ລວມເຖິງ ປັບຫລຸດ ການຂາດດຸນ ແລະ ໜີ້ສິນ. ໂຄງການດັ່ງກ່າວ ຂອງລັດຖະບານ ເຊເນການ ຊຶ່ງຄວບຄຸມ ໄລຍະເວລາ 25 ປີ, ມີເປົ້າໝາຍ ເພື່ອປ່ຽນຜ່ານ ຈາກການພຶງພາ ແລະ ໜີ້ສິນກູ້ຢືມ ຈາກຕ່າງປະເທດ ແລະ ຫັນໄປໃຊ້ ຊັບພະຍາກອນ ໃນທ້ອງຖິ່ນ ແລະ ທຶນມະນຸດແທນ. ຊຶ່ງປະທານາທິບໍດີ ບາສຊີຣູ ດີໂອມາເຢ ຟາເຢ ໃຫ້ຄຳໜັ້ນສັນຍາໄວ້ ຫລັງເຂົ້າຮ່ວມ ຕຳແໜ່ງ ເມື່ອເດືອນ ເມສາ ທີ່ຜ່ານມາ./.

KPL