ຫລາຍພາກສ່ວນມອບເງິນສະໜັບໜູນກອງປະຊຸມໄອປາ

16/10/2024 14:55
Email Print 83
KPL - Asean 2024 ຂປລ. ວັນທີ 15 ຕຸລາ 2024 ຜ່ານມາ, ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບ ເງິນສະໜັບສະໜູນ ການເປັນເຈົ້າພາບ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ຈາກບໍລິສັດ ພີທີແອວ ໂຮນດິງ (PTL Holding) 300 ລ້ານກີບ, ສູນການແພດເວດສະພົງ 100 ລ້ານກີບ, ກຸ່ມບໍລິສັດ ຕັງຈະເລີນ ຈຳກັດ 20 ລ້ານກີບ



ຂປລ. ວັນທີ
15 ຕຸລາ 2024 ຜ່ານມາ, ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບ ເງິນສະໜັບສະໜູນ ການເປັນເຈົ້າພາບ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ຈາກບໍລິສັດ ພີທີແອວ ໂຮນດິງ (PTL Holding) 300 ລ້ານກີບ, ສູນການແພດເວດສະພົງ 100 ລ້ານກີບ, ກຸ່ມບໍລິສັດ ຕັງຈະເລີນ ຈຳກັດ 20 ລ້ານກີບ ຕ່າງ​ໜ້າ​ຮັບໂດຍ ທ່ານ ບຸນທັນ ບຸນວິໄລ ຮອງເລຂາທິການສະພາແຫ່ງຊາດ ​ແລະ ກ່າວມອບ​ໂດຍ ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການ ວຽກງານການຄ້າ ແລະ ກົດໝາຍ ຂອງບໍລິສັດ ພີທີແອວ ໂຮນດິງ ຈຳກັດ, ທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ທ່ານ ຄໍາໄຕ ແກ້ວດວງດີ ຮອງອຳນວຍການກຸ່ມບໍລິສັດ ຕັງຈະເລີນ ຈຳກັດ.



ໂອກາດ​ນີ້, ທ່ານ ບຸນທັນ ບຸນວິໄລ ໄດ້ສະແດງຄວາມຂອບໃຈ ມາ​ຍັງ​ພາກສ່ວນ​ຕ່າງ​ໆ ທີ່​ໃຫ້ການ​ສະໜັບສະໜູນ​ໃນ​ຄັ້ງ​ນີ້, ພ້ອມ​ທັງ ມອບໃບຍ້ອງຍໍຂອງຄະນະປະຈຳ ສະພາແຫ່ງຊາດ ​ໃຫ້ 3 ພາກສ່ວນ​ດັ່ງກ່າວ ເພື່ອເປັນການຍ້ອງຍໍຜົນງານດີເດັ່ນ ໃນການປະກອບສ່ວນຊຸກຍູ້ ແລະ ອຸປະຖຳກອງປະຊຸມສະ ມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງນີ້.



ໃນວັນທີ
16 ຕຸລາ 2024 ນີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ກໍໄດ້ຮັບເງິນສະໜັບສະໜູນກອງປະຊຸມໄອປາ 100 ລ້ານກີບ ຈາກເຂດເສດຖະກິດ ພິເສດ ສະ ຫວັນ ພາກ (SAVAN Park) ​ເຊັ່ນ​ດຽວ​ກັນ.

ຂ່າວ:  ອາລິນ ສຸພິມມະປະດິດ

KPL