ສະຖາບັນວິຈິດສິນແຫ່ງຊາດ ມອບ-ຮັບ ປະກາສະນີຍະບັດ ໃຫ້ຜູ້ສໍາເລັດການສຶກສາ

16/10/2024 14:43
Email Print 83
KPL - Asean 2024 ຂປລ. ສະຖາບັນວິຈິດສິນແຫ່ງຊາດ ຈັດພິທີສະຫລຸບ ການຮຽນ-ການສອນສົກສຶກສາ 2023-2024, ເປີດສົກຮຽນໃໝ່ 2024-2025 ແລະ ມອບ-ຮັບໃບປະກາສະນີຍະບັດ ໃຫ້ຜູ້ສໍາເລັດ ການສຶກສາ ປະຈໍາສົກສຶກສາ 2023-2024 ຂຶ້ນໃນວັນທີ 15 ຕຸລາ 2024



ຂປລ. ສະຖາບັນວິຈິດສິນແຫ່ງຊາດ ຈັດພິທີສະຫລຸບ ການຮຽນ-ການສອນສົກສຶກສາ
2023-2024, ເປີດສົກຮຽນໃໝ່ 2024-2025 ແລະ ມອບ-ຮັບໃບປະກາສະນີຍະບັດ ໃຫ້ຜູ້ສໍາເລັດ ການສຶກສາ ປະຈໍາສົກສຶກສາ 2023-2024 ຂຶ້ນໃນວັນທີ 15 ຕຸລາ 2024 ໂດຍການເຂົ້າຮ່ວມ ແລະ ມອບໃບປະກາສະນີຍະບັດຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ທ່ານ ຄໍາສຸກ ແກ້ວວົງຊາຍ ຜູ້ອໍານວຍການສະຖາບັນວິຈິດສິນແຫ່ງຊາດ, ຄູ-ອາຈານ, ນັກສຶກສາ ​ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.




ໃນ​ພິທີ, ທ່ານ ສາຍສະໝອນ ໂພທະລິນ ຮອງຜູ້ອໍານວຍການ ສະຖາບັນວິຈິດສິນແຫ່ງຊາດ ໄດ້ສະຫລຸບການຈັດຕັງປະຕິບັດວຽກງານ ສົກຮຽນ
2023-2024 ​ໂດຍສະຖາບັນ ວິຈິດສິນແຫ່ງຊາດ ໄດ້ຈັດຕັ້ງປະຕິບັດຫລັກສູດ ການຮຽນ-ການສອນ ຕາມການຮັບຮອງອະນຸມັດ ຈາກກະຊວງສຶກສາທິການ ແລະ ກິລາ, ກະຊວງ ຖວທ, ໄດ້ດໍາເນີນການ ຮຽນ-ການສອນ ຢູ່ 3 ລະດັບເຊັ່ນ: ຫລັກສູດລະດັບອະນຸປະລິນຍາ ລະບົບ 3 ປີ, ມີ 3 ສາຂາວິຊາຄື: ສາຂາວິຊາຈິດຕະກຳ, ປະຕິມະກຳ ແລະ ສິລະປະພາບພິມ;  ຫລັກສູດລະດັບ ປະລິນຍາຕີ ລະບົບ 5 ປີ ປະກອບ ມີ 5 ພາກວິຊາເຊັ່ນ: ພາກວິຊາຈິດຕະກຳ, ພາກວິຊາປະຕິມະກຳ, ພາກວິຊາສິລະປະພາບພິມ, ພາກວິຊາສິລະປະພື້ນ ເມືອງ-ປະຕິສັງຂອນ; ສ່ວນພາກ ວິຊາອອກແບບນິເທດສິນ ປະກອບດ້ວຍ 9 ສາຂາວິຊາເຊັ່ນ: ຈິດຕະກຳ, ປັ້ນ-ຫລໍ່, ຄວັດແກະສະຫລັກ, ສິລະປະປັ້ນດິນເຜົາ, ສິລະປະໂລຫະ, ສິລະປະພາບພິມ, ສິລະປະພື້ນ ເມືອງ-ປະຕິສັງຂອນ, ຮູບເງົາ-ກາຕູນ ແລະ ອອກແບບບັນຈຸພັນ. ນອກຈາກນີ້, ຍັງມີສູດລະດັບປະລິນຍາໂທ ລະບົບ 2 ປີມີ 1 ສາຂາວິຊາຄື: ສາຂາວິຊາບໍລິຫານຄຸ້ມຄອງ ສິລະປະ-ວັດທະນະທຳ.




ໂອກາດນີ້
, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາລັດທີ່ຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງ​ໃຫ້ທິດເຍື່ອງທາງ ບາງ​ບັນຫາ​ສໍາຄັນ ເພື່ອໃຫ້ ສະຖາບັນ ວິຈິດສິນແຫ່ງຊາດ ມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ໜັງສືພິມປະຊາຊົນ

KPL