ຕີລາຄາ ການປະຕິບັດແຜນແມ່ບົດ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ

16/10/2024 14:35
Email Print 83
KPL - Asean 2024 ຂປລ. ກອງເລຂາຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈັດກອງປະຊຸມປຶກສາຫາລື ວຽກ​ງານ​ດັ່ງກ່າວໃນວັນທີ 14 ຕຸລາ 2024



ຂປລ. ກອງເລຂາຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈັດກອງປະຊຸມປຶກສາຫາລື ວຽກ​ງານ​ດັ່ງກ່າວ
ໃນວັນທີ 14 ຕຸລາ 2024 ໂດຍການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ຄະນະຊີ້ນໍາລະດັບຊາດ, ທັງເປັນຫົວໜ້າ ກອງເລຂາ ຄະນະຊີ້ນໍາລະດັບຊາດ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ 2024-2028, ມີຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະພົວພັນ ຕ່າງປະເທດສູນກາງພັກ, ກະຊວງການຕ່າງປະ ເທດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຄະນະກໍາມະການຮ່ວມມື ລາວ-ຈີນ ແລະ ພະນັກງານກ່ຽວຂ້ອງ ຈໍານວນໜຶ່ງເຂົ້າຮ່ວມ.

ກອງປະຊຸມ, ໄດ້ຮັບຟັງການລາຍງານຄວາມຄືບໜ້າ, ການສະຫລຸບຕີລາຄາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງ ຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນໄລຍະຜ່ານມາ, ພ້ອມທັງໄດ້ປຶກສາຫາລືກ່ຽວກັບ ທິດທາງແຜນການຈຸດສຸມ ແລະ ກົນໄກການຈັດຕັ້ງປະຕິບັດວຽກງານ ຂອງກອງເລຂາ ໃນການຕິດຕາມຊຸກຍູ້ ການຈັດຕັ້ງ ປະຕິບັດແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນຕໍ່ໜ້າ ໃຫ້ມີຄຸນນະພາບສູງ, ປະສິດທິພາບສູງ ແລະ ລະດັບສູງກວ່າເກົ່າ.

ຂ່າວ-ພາບ: ຄຕພ

KPL