ກຸ່ມສະຫະກອນບ້ານທ່າຊ້າງມີການຂະຫຍາຍຕົວຂຶ້ນ

17/09/2024 00:30
Email Print 83
KPL - Asean 2024 ກຸ່ມກະຫະກອນຜະລິດພືດຜັກ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫລວງວຽງຈັນ ແມ່ນກຸ່ມໜຶ່ງທີ່ຜະລິດພືດຜັກປອດສານພິດ, ສະອາດຕອບສະໜອງໃຫ້ແກ່ສັງຄົມໄດ້ມີການຂະຫຍາຍຕົວຂຶ້ນຈາກ 8 ຄອບຄົວໃນປີ 2010 ມາເປັນ 108 ຄອບຄົວໃນປັດຈຸບັນ.

*ກຸ່ມກະຫະກອນຜະລິດພືດຜັກບ້ານທ່າຊ້າງເມືອງປາກງື່ມນະຄອນຫລວງວຽງຈັນແມ່ນກຸ່ມໜຶ່ງທີ່ຜະລິດພືດຜັກປອດສານພິດ, ສະອາດຕອບສະໜອງໃຫ້ແກ່ສັງຄົມໄດ້ມີການຂະຫຍາຍຕົວຂຶ້ນຈາກ 8 ຄອບຄົວໃນປີ 2010 ມາເປັນ 108 ຄອບຄົວໃນປັດຈຸບັນເຊິ່ງໃນແຕ່ລະທິດໄດ້ຜະລິດພືດຜັກຕອບສະໜອງໃຫ້ແກ່ຕະຫລາດໂດຍສະເພາະຕະຫລາດຢູ່ໄອເຕັກໄດ້ 5-6 ໂຕນ. ຂະນະທີ່ໃນໄລຍະລະດູແລ້ງສາມາດຕອບສະໜອງ 7-8 ໂຕນຕໍ່ອາທິດ.

ທ່ານສົມບູນສີລິພອນປະທານກຸ່ມສະຫະກອນບ້ານທ່າຊ້າງເມືອງປາກງື່ມໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວ ສານປະເທດລາວບໍ່ດົນນີ້ວ່າ: ສະຫະກອນບ້ານທ່າຊ້າງຕົນແມ່ນສ້າງຕັ້ງຂຶ້ນໃນປີ 2010 ເປັນຕົ້ນມາແລະມາຮອດປັດຈຸບັນນີ້, ສະຫະກອນປູກພືດຜັກອິນຊີມີສະມາຊິກທັງໝົດ 108 ຄອບຄົວເຊິ່ງດຳເນີນທຸລະກິດດ້ວຍຮູບແບບດ້ານການຜະລິດດ້ວຍການສົ່ງເສີມສະມາຊິກຜະລິດຕາມລະບົບອິນຊີ, ພ້ອມນີ້ຄະນະບໍລິຫານກໍ່ມີໜ້າທີ່ຊອກຕະຫລາດໃຫ້ແກ່ສະມາ ຊິກມີບ່ອນຂາຍທັງດູແລທາງດ້ານຄຸນນະພາບ. ພ້ອມນີ້, ຍັງເຮັດທຸລະກິດແບບລວມໝູ່ໂດຍເປົ້າໝາຍຫລັກໆໃຫ້ມີລາຍຮັບເຂົ້າສະຫະກອນໂດຍມີຮ້ານຄ້າໜຶ່ງຮ້ານ, ດຳເນີນທຸລະກິດເຮັດຝຸ່ນຊີວະພາບ, ມີຟາມສວນຂອງສະຫະກອນເພື່ອເປັນບ່ອນສາທິດ, ເປັນບ່ອນສຶກສາຂອງສະມາຊິກແລະຂາຍຜົນຜະລິດໃຫ້ມີລາຍຮັບເຂົ້າສະຫະກອນ. ນອກຈາກນີ້ກໍ່ຍັງມີກອງທຶນຂອງສະຫະກອນເພື່ອເປັນການພັດທະນາສະຫະກອນໂດຍເປີດກວ້າງໃຫ້ສະມາຊິກໄດ້ນຳເອົາເງິນມາຝາກແລະປ່ອຍກູ້ດອກເບ້ຍຕ່ຳຕາມລະບຽບທີ່ວາງໄວ້.

            ທ່ານສົມບູນສີລິພອນກ່າວຕື່ມວ່າ: ສຳລັບການສະຫະກອນພວກເຮົາແມ່ນປູກພືດຜັກແບບປະສົມປະສານຫລາກຫລາຍຊະນິດ. ໃນນັ້ນ, ຫລັກໆກໍ່ແມ່ນຈຳພວກຜັກກາດຂາວ, ຜັກກາດຊອມ, ຜັກກະລຳ, ຜັກສະຫລັດ, ຜັກບົ້ງ, ຜັກຫຸມແລະຫອມອື່ນໆ. ສຳລັບຕະຫລາດນັ້ນກ່ອນບໍ່ທັນມີໂຄວິດ-19 ແມ່ນມີຕະຫລາດຂາຍສາມຈຸດ, ແຕ່ປັດຈຸບັນມີພຽງແຕ່ຈຸດດຽວຢູ່ໄອເຕັກໂດຍເປີດໃນວັນເສົາແລະວັນພຸດເຊິ່ງໃນແຕ່ລະທິດແມ່ນສາມາດຕອບສະໜອງພືດຜັກໃຫ້ແກ່ສັງຄົມ5-6 ໂຕນ. ແນວໃດກໍ່ດີຜ່ານການຈັດຕັ້ງເປັນສະຫະກອນຜະລິດພືດຜັກເປັນສິນຄ້າໃນໄລຍະຜ່ານມາຮອດປັດຈຸບັນນີ້, ເຫັນວ່າບັນດາສະມາຊິກພາຍໃນສະຫະກອນໄດ້ຮັບການພັດທະນາທາງດ້ານຊີວິດການເປັນຢູ່ເມື່ອທຽບໃສ່ຫລາຍປີຜ່ານມາເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງຢູ່ບ່ອນວ່າຈາກບໍ່ມີິເຮືອນຢູ່ຖາວອນກໍ່ເລີ່ມເຮັດເຮືອນຢູ່ແບບຖາວອນຫລາຍຂຶ້ນ, ຈາກບໍ່ມີລົດ

 ຂີ່ກໍ່ມີລົດຈັກ, ມີລົດໃຫຍ່ຮັບໃຊ້ຄອບຄົວ, ມີເງິນສົ່ງເສີມໃຫ້ລູກຫລານໄດ້ຮ່ຳໄດ້ຮຽນ, ມີເງິນໃຊ້ຈ່າຍໃນການດຳລົງຊີວິດປະຈຳວັນບໍ່ຂາດທັງເຮັດໃຫ້ຄວາມທຸກຍາກໄດ້ຫລຸດລົງເທື່ອລະກ້າວ. ການສ້າງຫະກະກອນດັ່ງກ່າວຍັງເປັນແບບຢ່າງທີ່ໃຫ້ລູກຫລານມີຄວາມຂະຫຍັນຫລັງຈາກເລີກໂຮງຮຽນກໍ່ໄດ້ມາຊ່ວຍພໍ່ແມ່ປູກຜັກ, ຫົດຜັກ. ນີ້ກໍ່ແມ່ນຜົນດີໄປອີກແນວໜຶ່ງ.

 ໂດຍ: ຢ່າຕົ່ງ.

KPL