ທ່ານ ໂຕເລິມ ຮຽກຮ້ອງໃຫ້ສືບຕໍ່ປ່ຽນແປງໃໝ່ແບບວິທີນຳພາ-ກຳອຳນາດຂອງພັກ

16/09/2024 22:09
Email Print 83
KPL - Asean 2024 ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານ ປະເທດ ຫວຽດນາມ ມີບົດຂຽນ ສຳຄັນ ກ່ຽວກັບ ການສືບຕໍ່ ປຽນແປງໃໝ່ ແລວວິທີນຳພາ, ກຳອຳນາດ ຂອງພັກຢ່າງແຮງ, ພ້ອມທັງ ຍົກໃຫ້ເຫັນ ບັນດາ ຄວາມຮຽກຮ້ອງ ຕ້ອງການ ຢ່າງຮີບດ່ວນ ໃນໄລຍະປະຕິວັດໃໝ່ ຢ່າງພົ້ນເດັ່ນ.

ວັນທີ 16 ກັນຍານີ້ ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານ ປະເທດ ຫວຽດນາມ ມີບົດຂຽນ ສຳຄັນ ກ່ຽວກັບ ການສືບຕໍ່ ປຽນແປງໃໝ່ ແລວວິທີນຳພາ, ກຳອຳນາດ ຂອງພັກຢ່າງແຮງ, ພ້ອມທັງ ຍົກໃຫ້ເຫັນ ບັນດາ ຄວາມຮຽກຮ້ອງ ຕ້ອງການ ຢ່າງຮີບດ່ວນ ໃນໄລຍະປະຕິວັດໃໝ່ ຢ່າງພົ້ນເດັ່ນ. ໃນບົດຂຽນ, ທ່ານເລຂາທິການໃຫຍ່, ປະທານ ປະເທດ ໂຕເລິມ ໄດ້ເນັ້ນໜັກວ່າ: ໃນໄລຍະກ່ວາ 94 ປີ ແຫ່ງການນຳພາ ການປະຕິວັດ, ພັກມີການຊອກຮູ້, ພັດທະນາ, ເພີ່ມເຕີມ, ສ້າງແບບ ວິທີການນຳພາ ໃຫ້ສົມບູນແບບ, ຍົກສູງຄວາມສາມາດ ໃນການນຳພາ, ຄວາມສາມາດໃນການກຳອຳນາດຢ່າງບໍ່ຢຸດຢັ້ງ. ນີ້ແມ່ນປັດໄຈໄລກອນຮັບປະກັນໃຫ້ພັກ ຍາມໃດກໍ່ປອດໄສ, ໝັ້ນຄົງເຂັ້ມແຂງ, ນຳການປະຕິວັດຜ່ານຜ່າ ທຸກຄວາມຫຍຸ້ງຍາກ, ຍາດໄດ້ໄຊຊະນະນີ້ສູ່ໄຊຊະນະອື່ນ. ປະເທດ ພວມຍືນຢູ່ ຕໍ່ໜ້າ ຈຸດເວລາ ປະຫວັດສາດໃໝ່, ຍຸກສະໄໝໃໝ່, ຍຸກສະໄໝ ບືນຕົວຂຶ້ນຂອງຊາດ, ຮຽກຮ້ອງ ຕ້ອງການມີປ່ຽນແປງໃໝ່ ແບບວິທີນຳພາ, ຍົກສູງຄວາມສາມາດໃນການນຳພາ, ຄວາມສາມາດກຳອຳນາດ ເພື່ອນຳຊາດ ຫວຽດນາມ ສືບຕໍ່ກ້າວຂຶ້ນ ຢ່າງຮີບດ່ວນ. ເພື່ອສືບຕໍ່ປ່ຽນແປງໃໝ່ຢ່າງແຮງແບບວິທີນຳພາ, ຍົກສູງຄວາມສາມາດໃນການນຳພາ, ຄວາມສາມາດໃນການກຳອຳນາດ, ພັກຕ້ອງປະຕິບັດບາງວຽກງານ ຈຸດສຸມ ລວມມີ: ທີໜຶ່ງ, ເປັນເອກນະພາບ ໃນການຮັບຮູ້ ແລະ ປະຕິບັດ ແບບວິທີນຳພາ, ການກຳອຳນາດ ຂອງພັກຢ່າງເຂັ້ມງວດ. ທີສອງ, ສຸມໃສ່ເຮັດໃຫ້ ກົງຈັກ, ອົງການຈັດຕັ້ງພັກ ກະທັດລັດກ່ວາ, ກາຍເປັນແກນສານ ພູມປັນຍາ ຢ່າງແທ້ຈິງ, ແມ່ນກອງປະຈັນໜ້າ ນຳພາອົງການແຫ່ງລັດ. ທີສາມ, ປ່ຽນແປງໃໝ່ ການປະກາດໃຊ້ ແລະ ເຊື່ອມຊືມ, ປະຕິບັດ ມະຕິຂອງພັກ, ສ້າງບັນດາ ອົງການຈັດຕັ້ງພັກ ຂັ້ນຮາກຖານ, ສະມາຊິກພັກ ທີ່ແມ່ນຈຸລັງ ຂອງພັກຢ່າງແທ້ຈິງ.  ທີສີ່, ສືບຕໍ່ປ່ຽນແປງໃໝ່ ວຽກງານກວດກາ, ຕິດຕາມກວດກາ; ຍູ້ແຮງການໝູນໃຊ້ເຕັກໂນໂລຢີ ຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ ເຂົ້າໃນບັນດາການເຄື່ອນໄຫວຂອງພັກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL