ໄຂກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ ຢ່າງເປັນທາງການ

18/09/2024 17:28
Email Print 83
KPL - Asean 2024 ຂປລ. ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024 ພາຍໃຕ້ຄໍາຂວັນ “ເພີີ່ມທະວີການເຊີ່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍນຍົງ ຂອງບັນດານະຄອນອາຊຽນ ຈັດໃນວັນທີ 18 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ



ຂປລ. ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (
MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024 ພາຍໃຕ້ຄໍາຂວັນ ເພີີ່ມທະວີການເຊີ່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍນຍົງ ຂອງບັນດານະຄອນອາຊຽນ ຈັດໃນວັນທີ 18 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ວ ສປປ ລາວ, ມີບັນດາເຈົ້າຄອງ, ຮອງເຈົ້າຄອງ ນະຄອນຫລວງອາຊຽນ ແລະ ບັນດາທ່ານເຈົ້ານະຄອນ-ເຈົ້າເມືອງ ຂອງປະເທດສະມາຊິກອາຊຽນ ແລະ ນະຄອນຫລວງ ດີລີຂອງຕີມໍແລັດສະເຕ; ເລຂາທິການໃຫຍ່ອາຊຽນ, ປະທານອົງການ ແລະ ເລທິການຂອງ ອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີປາຊີຟິກ ແລະ ຜູ້ແທນຂັ້ນສູງຂອງເຄື່ອຂ່າຍ ບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາ ຄົມບັນດານະຄອນທີ່ນໍາໃຊ້ພາສາຝຣັ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ໃນໂອກາດນີ້
, ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ກອງປະຊມເຈົ້າຄອງນະຄອນຫລວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນໃນຄັ້ງນີ້ ເຊິ່ງຈະເປັນໂອກາດອັນດີ ສໍາລັບບັນດາເຈົ້າຄອງນະຄອນຫລວງອາຊຽນ ແລະ ເຈົ້ານະຄອນອາຊຽນ ໃນການຈັດຕັ້ງຜັນຂະຫຍາຍຄໍາໝາຍໝັ້ນຂອງຕົນ  ເຂົ້າໃນວຽກງານ ການພັດທະນາຕົວເມືອງ ໃຫ້ທັນສະໄໝ, ໜ້າຢູ່ ແລະ ຍືນຍົງ ໂດຍສະເພາະ ການສ້າງຄວາມເຂັ້ມແຂງໃນການຮ່ວມມືແລກປ່ຽນຂໍ້ມູນ ແລະ ບົດຮຽນການ ຈັດຕັ້ງປະຕິບັດຕົວຈິງໃນການພັດທະນາ ແລະ ແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆໃນຕົວເມືອງ ເພື່ອເຮັດໃຫ້ການຮ່ວມມື ກັນກ້າວໄປສຸ່ລວງເລິກ ແລະ ເປັນຮູບປະທໍາ. ພ້ອມທັງເຊື່ອໝັ້ນວ່າ ບັນດາເຈົ້າຄອງນະຄອນຫລວງອາຊຽນ ແລະ ບັນດານະຄອນອາຊຽນ ເຫັນໄດ້ເຖິງບົດບາດ ແລະ ຄວາມສໍາຄັນໃນການຈັດກອງປະຊຸມຮ່ວມກັນ, ການເຂົ້າຮ່ວມຂອງບັນດາທ່ານເປັນປະກອບສ່ວນ ເຂົ້າໃນການສ້າງປະ ຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ, ຍືນຍົງ ແລະ ເຮັດໃຫ້ການຮ່ວມມື ຂອງບັນດານະຄອນຫລວງ ແລະ ບັນດານະຄອນອາຊຽນໃນດ້ານຕ່າງໆ ນັບມື້ນັບເກີດດອກອອກຜົນຍິ່ງຂຶ້ນ. ກອງປະຊຸມໃນຄັ້ງນີ້, ຈະເປັນການປະກອບສ່ວນສໍາຄັນ ເຂົ້າໃນການສົ່ງເສີມການພັດທະນາ, ການແລກປ່ຽນບົດຮຽນທີ່ດີຮ່ວມກັນ ໃນການແກ້ໄຂບັນຫາຕ່າງໆ ຂອງຕົວເມືອງໄປພ້ອມກັບ ການຈັດຕັ້ງປະຕິບັດ ບັນດາແຜນງານ ແລະ ແຜນດໍາເນີນງານເພື່ອໃຫ້ບັນລຸຄໍາໝາຍໝັ້ນ ຂອງນະຄອນອາຊຽນ ໃນການສົ່ງເສີມການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງບັນດານະຄອນຫລວງອາຊຽນ ແລະ ນະຄອນອາຊຽນ ພ້ອມທັງ, ເຊື່ອໝັ້ນວ່າຜູ້ແທນກອງປະຊຸມຈະເອົາໃຈສຸມໃສ່ ແລກປ່ຽນຄວາມຮູ້ ຄວາມສາມາດ ແລະ ບົດຮຽນທີ່ດີຂອງຕົນໃນກອງປະຊມຄັ້ງນີ້, ພ້ອມກັນດໍາເນີນກອງປະຊຸມ ດ້ວຍບັນ ຍາກາດສ້າງສັນຕາມຄໍາຂວັນຂອງກອງປະຊຸມ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນເຊິ່ງສອດຄ່ອງກັບຄໍາຂວັນປະທານອາຊຽນປີ 2024 ຂອງ ສປປ ລາວ ຄື: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ຄໍາຂວັນດັ່ງກ່າວ, ສອດຄ່ອງກັບນະໂຍບາຍ ແລະ ເປົ້າໝາຍຂອງ ສປປ ລາວ ໃນການຫັນປະເທດຈາກປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນສູນກາງຂອງການເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍ ລວມຂອງອາຊຽນ ໃນການສ້າງປະຊາຄົມອາຊຽນ ໃຫ້ເປັນພາກພື້ນທີ່ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ມີຄວາມເຂັ້ມແຂງ ເພື່ອການພັດທະນາ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆ ໄດ້ຢ່າງມີປະສິດທິພາບ ແລະ ທັນການ.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວວ່າ: ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ໄດ້ດໍາເນີນເປັນໄລຍະ 12 ປີ ມາແລ້ວ ນັບແຕ່ປີ 2012 ເປັນຕົ້ນມາ ເຊິ່ງໄດ້ກາຍເປັນເວທີໃຫ້ແກ່ບັນດາການນໍາຂັ້ນທ້ອງຖິ່ນ ໄດ້ມີການພົບປະແລກປ່ຽນ ໂດຍສະເພາະ ບັນດາບົດຮຽນປະສົບການ ແລະ ສິ່ງທ້າທາຍຂອງນະຄອນຕົນ. ກອງປະຊຸມຄັ້ງນີ້, ນະຄອນຫລວງວຽງຈັນ ໄດ້ກຳນົດຄໍາຂວັນທີ່ສອດຄ່ອງ ກັບຄໍາຂວັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ໂດຍໄດ້ກຳນົດຄໍາຂວັນຂອງກອງປະຊຸມ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນເຊິ່ງປະກອບມີ 5 ຂົງ ເຂດວຽກງານທີ່ສໍາຄັນຄື: ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ, ການທ່ອງທ່ຽວສີຂຽວ, ການພັດທະນາເສດຖະກິດແບບຍືນຍົງ, ຕົວເມືອງທີ່ມີຄວາມຍືນຍົງທາງດ້ານ ສິ່ງແວດລ້ອມ; ຄວາມເຂັ້ມແຂງທາງດ້ານການປ່ຽນແປງດິນຟ້າອາກາດ ເພື່ອເຮັດໃຫ້ໄດ້ມີການ ແລກປ່ຽນທັດສະນະ ແລະ ປະກອບຄໍາຄິດເຫັນສາມາດຮ່ວມກັນກໍານົດນະໂຍບາຍ ແລະ ຈັດຕັ້ງປະຕິບັດຕົວຈິງ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL