ປີ້ງໄກ່ນາປົ່ງ ອາຫານເອກະລັກຂອງແຂວງສາລະວັນ

19/09/2024 08:15
Email Print 83
KPL - Asean 2024 ຖ້າເອີຍເຖີງ ແຂວງສາລະວັນ ສິ່ງທໍາອິດທີ່ເຮົາຈະຄິດເຖິງກໍຕ້ອງແມ່ນປີ້ງໄກ່ນາປົ່ງ, ເຫລົ້າຂາວເມືອງຄົງ ແລະ ລໍາວົງສາລະວັນ.

*ຖ້າເອີຍເຖີງ ແຂວງສາລະວັນ ສິ່ງທໍາອິດທີ່ເຮົາຈະຄິດ ເຖິງກໍຕ້ອງແມ່ນ ປີ້ງໄກ່ນາປົ່ງ, ເຫລົ້າຂາວເມືອງຄົງ ແລະ ລໍາວົງສາລະວັນ ​​​​ເນື່ອງຈາກວ່າ ການປະກອບອາຊີບປູກ-ລ້ຽງ ຕິດພັນປິ້ງໄກ່ຂອງປະຊາຊົນແມ່ນສືບທອດກັນມາ​​ເປັນເວລາ 100 ປີແລ້ວ ຈົນກາຍເປັນມໍລະດົກຂອງບ້ານ, ເມືອງ, ແຂວງ ແລະ ເປັນຂອງປະຊາຊົນລາວບັນດາເຜົ່າ ຈຶ່ງເຮັດໃຫ້ປີ້ງໄກ່ນາປົ່ງມີຊື່ສຽງໂດ່ງດັງ ທັງພາຍໃນ ແລະ ຕ່າງປະເທດ ທີ່ສາມາດດຶງດູດເອົານັກທ່ອງທ່ຽວຢາກມາຢ້ຽມຢາມແຂວງສາລະວັນຫລາຍຂຶ້ນ ມັນຈຶ່ງເປັນການຕໍ່ຍອດໃຫ້ປະຊາຊົນຍຶດຖືການປີ້ງໄກ່ຂາຍ ເພື່ອສ້າງລາຍຮັບເຂົ້າຄອບຄົວ ຢ່າງຫລວງຫລາຍ ເຊິ່ງຖ້າຫາກທ່ານໃດ ເຄີຍກາຍແຂວງສາລະວັນ ຈະເຫັນວ່າ ລະຫວ່າງສອງຝາກທາງ ຈະມີຮ້ານປີ້ງໄກ່ຍາວຢຽດ ສົ່ງກິ່ນຫອມເຂົ້າມາຕໍາດັງ ດຶງດູດຈິດໃຈໃຫ້ຢາກລອງສໍາຜັດຄວາມແຊບທີ່ເພີ່ນເລົ່າລືກັນມາວ່າຈະແມ່ນແທ້ ຫລື ບໍ່? ແຕ່ສໍາລັບຜູ້ຂຽນກໍເຄີຍມີໂອກາດໄປຢ້ຽມຢາມ ແຂວງສາລະວັນ ແລະ ໄດ້ລອງຊີມແລ້ວ ແຊບສົມເພີ່ນເວົ້າ​​ແທ້ ດ້ວຍໂຕ​​ໄກ່ທີ່ນໍາມາປີ້ງນັ້ນ ບໍ່ນ້ອຍ ​​ແລະ ບໍ່ໃຫຍ່ຈົນເກີນໄປ ຊີ້ນໄກ່ຈຶ່ງມີຄວາມແຊບ ບວກກັບລົດຊາດການເອືອບໄກ່ ກໍແຊບແບບມີເອກະລັກສະເພາະທີ່ບໍ່ຄືໃຜ ຫລື​​ ໄປກິນບ່ອນໃດກໍ່ບໍ່ຄືບ່ອນນີ້.

ນາງ​​ ແກ້ວອຸດອນ ວິພາກອນ ເຈົ້າຂອງຮ້ານປີ້ງໄກ່ນາປົ່ງ ແມ່ແດງ ໃຫ້ຮູ້ວ່າ: ການປີ້ງໄກ່ຂອງປະຊາຊົນພາຍໃນບ້ານນາປົ່ງ ແມ່ນສືບຕໍ່ກັນມາເປັນ 100 ກວ່າປີແລ້ວ, ສໍາລັບຮ້ານຂອງຂ້າພະເຈົ້າເອງ ກໍ່ໄດ້ສືບທອດຕໍ່ຈາກພໍ່, ແມ່ເປັນເວລາ 20 ປີມາແລ້ວ ຈົນປັດຈຸບັນໄດ້ເຂົ້າກຸ່ມໂອດັອບປີ້ງໄກ່ນາປົ່ງ ກໍດີໃຈຫລາຍທີ່ພັກ-ລັກ ໄດ້ຊຸກຍູ້ສົ່ງເສີມ ປັບປ່ຽນແບບເກົ່າໃຫ້ເປັນແບບໃໝ່ ແຕ່ຍັງຄົງຄຸນນະພາບຄວາມແຊບຊ້ອຍຄືເກົ່າ ແຕ່ສິ່ງທີ່ປັບປ່ຽນຄືສີສັນຂອງປີ້ງໄກ່, ການບໍລິການ, ສະຖານທ່ີ ແລະ ອື່ນໆ ເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ນັບມື້ຫລັ່ງໄຫລເຂົ້າມາຫລາຍຂຶ້ນ ເຮັດໃຫ້ປີ້ງໄກ່ໄດ້ຂາຍດີຂຶ້ນກວ່າເກົ່າ ເຊິ່ງສະເລ່ຍແລ້ວ ຖ້າບໍ່ແມ່ນເທສະການ ຂາຍໄດ້ປະມານ 400 ໂຕຕໍ່ມື້, ຖ້າແມ່ນເທສະການຕ່າງໆ ຂາຍໄດ້ປະມານ 800 ໂຕຕໍ່ມື້ ເຊິ່ງສ້າງລາຍຮັບ​​ໄດ້ຫລາຍກີບຕໍ່ເດືອນ. ແນວໃດກໍດີ, ອາຊີບນີ້ ເຖິງຈະເຮັດມາດົນແລ້ວ ແຕ່ເມື່ອກ່ອນແມ່ນເຮັດຂອງໃຜ ຂອງລາວ ຮ້ານກໍ່ກະແຈກ, ກະຈາຍ ບໍ່ເປັນຂະບວນການຈົນພັກ-ລັດເພີ່ນ ໄດ້ຈັດຕັ້ງກຸ່ມປີ້ໄກ້ນາປົ່ງ ແລະ ຈັດສັນຈຸດຂາຍປີ້ງໄກ່ໃນບ່ອນດຽວ ເຫັນວ່າການຂາຍປີ້ງໄກ່ມີຄວາມຄືກຄັກຫລາຍຂຶ້ນຈາກ 400 ໂຕເປັນ 500 ໂຕຕໍ່ມື້ິ. ສະນັ້ນ, ຈຶ່ງຖືໂອກາດນີ້ ຂອບໃຈທາງພາກລັກທີ່ເອົາໃຈໃສ່ຊຸກຍູ້ ສົ່ງເສີມ ເພື່ອເຮັດໃຫ້ປີ້ງໄກ່ນາປົ່ງ ອາຫານເອກະລັກຂອງແຂວງສາລະວັນ ຢູ່ຄຽງຄູ່ກັບສັງຄົມຕະຫລອດໄປ.

ທ່ານ ສົມຈັນ ຈັນທະພູທອນ ຮອງເຈົ້າເມືອງ ເມືອງຄົງເຊ​​ ໂດນແຂວງສາລະວັນ ໃຫ້ຮູ້ວ່າ: ໃນປັດຈຸບັນ ເສດຖະກິດແຂວງສາລະວັນ ມີການພັດທະນາດີຂຶ້ນຫລາຍ ການຄ້າຂາຍກໍພົ້ນເດັ່ນ ໂດຍສະເພາະແມ່ນປີ້ງໄກ່ນາປົ່ງ ເນື່ອງຈາກວ່າ ທາງອໍານາດການປົກຄອງເມືອງ ແລະ ບໍລິສັດ ພັດທະນາແຫລ່ງທ່ອງທ່ຽວ ຕາດເຍືອງຫລັກ 40 ເມືອງປາກຊ່ອງ ໄດ້ຮ່ວມມື້ກັນ​​ເພື່ອຍົກລະດັບມາດຕະຖານປີ້ງໄກ່ລາດນາປົ່ງ ໂດຍການປັບປຸງຮ້ານຂາຍປິ້ງໄກ່ໃຫ້ເປັນລະບຽບຮຽບຮ້ອຍ, ຕົບແຕ່ງໜ້າຮ້ານ, ພ້ອມທັງການນຸ່ງຖືໃຫ້ເປັນເອກະລັກອັນດຽວກັນ ມີຄວາມສວຍງາມເພື່ອຍົກລະດັບປິ້ງໄກ່ນາ ປົ່ງໃຫ້ໄດ້ມາດຕະຖານຂຶ້ນຕື່ມ ເພື່ອເປັນການດຶງດູດນັກທ່ອງ ທ່ຽວໃຫ້ເຂົ້າມາໃຊ້ບໍລິການ ຫລາຍຂຶ້ນ.

ໂດຍ: ມາລິດາ

KPL