ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

18/09/2024 17:14
Email Print 83
KPL - Asean 2024 ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.



ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ  ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ
17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ຖານເພື່ອນມິດສະ ຫາຍອ້າຍນ້ອງ, ພ້ອມຕີລາຄາສູງຕໍ່ຜົນການຮ່ວມມື ຂອງສອງນະຄອນຫລວງໃນໄລຍະຜ່ານມາ ກໍຍັງຍຶດໝັ້ນອຸດົມການ ແລະ ຄວາມຮັກແພງສະໜິດສະໜົມ ຖານເພື່ອນມິດຍຸດທະສາດ, ທັງເປັນການເສີມຂະຫຍາຍ ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ, ສອງລັດ ​ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ຍືນຍົງ ແລະ ໜັກແໜ້ນຍິ່ງໆຂຶ້ນ.




ພ້ອມນີ້
, ທ່ານ ອາດສະພັງທອງ ສີພັນດອນ ຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບ ແຜນການພັດທະ ນາ-ເສດຖະກິດຂອງ ນວ ໃນ 6 ເດືອນຕົ້ນປີ 2024 ໂດຍສະເພາະແຜນການດຶງດູດການລົງທຶນ, ການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ເສດຖະກິດ-ການເງິນ, ການສ້າງຄວາມເຂັ້ມ ແຂງໃຫ້ແກ່ການຜະລິດ (ອຸດສາຫະກໍາ-ກະສິກຳ ແລະ ຫັດຖະກຳ). ສຳລັບແຜນການພັດທະນາເສດຖະ ກິດຂອງ ນວ ໃນ 6 ເດືອນທ້າຍປີ 2024 ຈະສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ຍັງສືບຕໍ່ຈັດຕັ້ງປະຕິບັດ 4 ບຸກລະທຸດ້ານຈິນຕະນາການ, ດ້ານການພັດທະນາຊັບພະຍາ ກອນມະນຸດ, ດ້ານກົນໄກນອກລະບອບ ລະບຽບການ ແລະ ດ້ານແກ້ໄຂຄວາມທຸກຍາກ ຂອງປະຊາຊົນຢ່າງຕັ້ງໜ້າ, ກ້າວເຂົ້າສູ່ລວງເລິກກວ່າເກົ່າ ເພື່ອໃຫ້ສາມາດຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍຕ່າງໆເປັນຕົ້ນ ຄວາມສ່ຽງທາງດ້ານ ເສດຖະກິດມະຫາພາກ, ບັນຫາໜີ້ສິນ ການເກັບລາຍຮັບງົບປະມານເຂົ້າລັດ, ການຄຸ້ມຄອງລາຍຈ່າຍ ແລະ ການລົງທຶນ, ບັນຫາການຄຸ້ມຄອງອັດຕາໄພເງິນເຟີ, ການແກ້ໄຂບັນ ຫາການວ່າງງານ ເພື່ອບໍ່ໃຫ້ຕົກຢູ່ໃນສະພາວະວິກິດ ​ແລະ ຮັບປະກັນຢ່າງຮອບດ້ານ.        

ໃນໄລຍະຜ່ານມາທີ່ 2 ນະຄອນ ໄດ້ລົງນາມຮ່ວມກັນໃນປີ 2022 ຫລາຍໜ້າວຽກແມ່ນມີ ຄວາມຄືບໜ້າດີເຊັ່ນ: ຂະແໜງສຶກສາ, ການຊ່ວຍເຫລືອໂຄງການ ກໍ່ສ້າງອາຄານຂອງພະແນກຍຸຕິທໍາ ແລະ ອົງການໄອຍະການປະຊາຊົນ ນວ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ລົງນາມຮ່ວມກັນ ເພື່ອສ້າງໂຄງການຮ່ວມມືລະອຽດ ໂດຍສະເພາະ ບັນດາໂຄງການຮ່ວມມື ຂອງບັນດາອົງການຈັດຕັ້ງການ ເມືອງ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ມີການແລກປ່ຽນສະໜັບສະໜູນຊ່ວຍເຫລືອກັນ. ເຖິງຢ່າງ ໃດກໍຕາມ ຍັງມີຫລາຍໜ້າວຽກ ທີ່ຕ້ອງໄດ້ຮັບການປັບປຸງ ເຊິ່ງສອງນະຄອນ ຈະໄດ້ຍູ້ແຮງການຈັດຕັ້ງປະຕິບັດຕື່ມເຊັ່ນ: ວຽກງານຄຸ້ມຄອງລັດ, ສ້າງລັດຖະບານເອເລັກໂຕຣນິກ, ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນອົງການບໍລິຫານລັດ ແລະ ອື່ນໆ.    

ຂ່າວ: ກິດຕາ

ພາບ: ຂັນໄຊ, ອ່າຍຄຳ

KPL