ເບຣຊິນ ປະສົບໄພແຫ້ງແລ້ງຢ່າງຮ້າຍແຮງທີ່ສຸດໃນປະຫວັດສາດ

16/09/2024 21:36
Email Print 83
KPL - Asean 2024 ເບຣຊິນ ໄດ້ປະສົບ ໄພແຫ້ງແລ້ງ ຢ່າງຮ້າຍແຮງທີ່ສຸດ ໃນປະຫວັດສາດ ຊຶ່ງໄດ້ສ້າງຜົນກະທົບ ຕໍ່ເນື້ອທີ່ ປະມານ 5 ລ້ານກິໂລຕາແມັດ ເທົ່າກັບເນື້ອທີ່ ແຫ່ງຊາດ ປະມານ 59% ຂອງທົ່ວປະເທດ ເບຣຊິນ.

    ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ16ກັນຍານີ້, ສູນຕິດຕາມ ວັດແທກ ແລະ ເຕືອນໄພ ທຳມະຊາດ ແຫ່ງຊາດ ເບຣຊິນ ໄດ້ປະກາດ ຂໍ້ມູນຫລ້າສຸດ ສະແດງ ໃຫ້ເຫັນວ່າ: ເບຣຊິນ ໄດ້ປະສົບ ໄພແຫ້ງແລ້ງ ຢ່າງຮ້າຍແຮງທີ່ສຸດ ໃນປະຫວັດສາດ ຊຶ່ງໄດ້ສ້າງຜົນກະທົບ ຕໍ່ເນື້ອທີ່ ປະມານ 5 ລ້ານກິໂລຕາແມັດ ເທົ່າກັບເນື້ອທີ່ ແຫ່ງຊາດ ປະມານ 59% ຂອງທົ່ວປະເທດ ເບຣຊິນ.   ກ່ອນໜ້ານີ້ ທ່ານ ລູອິສ ອິນາຊິໂອ ລູລາ ດາຊີນວາ, ປະທານາທິບໍດີ ເບຣຊິນ ໄດ້ປະກາດ ແຜນການຟື້ນຟູ ສ້າງທາງຫລວງ ຕາມລຳແມ່ນ້ຳ ຢາມາຊູນ ແລະ ການສ້າງທາງດ່ວນ ເປັນວຽກງານ ສຳຄັນຫລາຍ, ເພາະເຂດລ່ອງແມ່ນ້ຳຢາມາຊູນ ພວມຜະເຊີນໜ້າກັບ ໄພແຫ້ງແລ້ງ ຢ່າງໜັກ ເຮັດໃຫ້ ການຂົນສົ່ງ ທາງນ້ຳ ແລະ ການຈໍລະຈອນ ສິນຄ້າ ຫຍຸ້ງຍາກຫລາຍ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL