ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

18/09/2024 17:07
Email Print 83
KPL - Asean 2024 ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.



ຂປລ. ໃນວັນທີ
17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

  

ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ ພ້ອມດ້ວຍຄະນະ ທີ່ເດີນທາງມາ ສປປ ລາວ ເປັນຄັ້ງທີ
2 ໃນຮອບຫລາຍປີ ເພື່ອພົບປະສອງຝ່າຍ ແລະ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີເສດຖະກິດ ອາຊຽນ-ອົງການ ຊັບສິນທາງປັນຍາໂລກ (AEM-WIPO) ທີ່ນະຄອນຫລວງວຽງຈັນ, ພ້ອມສະແດງຄວາມຂອບໃຈມາຍັງ WIPO ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອດ້ານເຕັກນິກ ແລະ ວິຊາການ ເປັນຕົ້ນ ການພັດທະນາລະບົບຖານຂໍ້ມູນ ຊັບສິນທາງປັນຍາ ເພື່ອຊ່ວຍໃນການຄຸ້ມຄອງ ແລະ ປົກປ້ອງຊັບສິນທາງປັນຍາ ການພັດທະນາລະບົບການ ຈົດທະບຽນຊັບສິນທາງປັນຍາ ແບບອອນລາຍ,  ການກະກຽມເຂົ້າເປັນພາຄີ ຂອງສົນທິສັນຍາສາກົນຕ່າງໆ ເຊັ່ນ: Madrid Protocol, Geneva Act on Lisbon agreement, PCT ລວມທັງການສ້າງຂີດຄວາມ ສາມາດບຸກຄະລາກອນ ເຊັ່ນ: ການຝຶກງານ, ຝຶກອົບຮົມ, ສໍາມະນາ, ທັດສະນະສຶກສາ ແລະ ອື່ນໆ; ການຊ່ວຍເຫລືອໂຄງການປະເທດ ດ້ອຍພັດທະນາ ເພື່ອກຽມຄວາມພ້ອມໃຫ້ແກ່ ສປປ ລາວ ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ເຊັ່ນ: ການປັບປຸງລະບົບຖານຂໍ້ມູນຊັບສິນທາງປັນຍາໃຫ້ທັນສະໄໝ ວ່ອງໄວ ການສ້າງວິດີໂອສາທິດຂັ້ນຕອນ ແລະ ລະບຽບການຈົດທະບຽນ ເຄື່ອງໝາຍການຄ້າ, ສິດທິບັດແບບອຸດສາຫະກໍາ, ຊ່ວຍຜະລິດ ຕະພັນທ່ອງຖິ່ນ. ນອກຈາກນີ້, ຍັງຊ່ວຍເຫລືອໃນການສ້າງຍີ່ຫໍ້, ອອກແບບສິ່ງຫຸ້ມຫໍ່ ໃຫ້ 10 ບໍລິສັດວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ນະຄອນຫລວງວຽງຈັນ 22 ບໍລິສັດ ຢູ່ແຂວງຫລວງພະບາງ ແລະ ກໍາລັງດໍາເນີນໂຄງການນັກປະດິດສ້າງໄວໜຸ່ມ ແລະ ໂຄງການແຂ່ງຂັນຕິກຕ໋ອກຕື່ມອີກ.

​ໂອກາດ​ນີ້, ທ່ານ ມະໄລທອງ ກົມມະສິດ ຍັງໄດ້ສະເໜີແລກປ່ຽນຫລາຍບັນຫາສໍາຄັນ ເຊັ່ນ: ເພີ່ມທະວີການສ້າງນັກກວດສອບລາວ, ສ້າງຂີດຄວາມສາມາດ ໃຫ້ແກ່ບຸກຄະລາກອນຂອງລາວ ໃຫ້ກາຍເປັນຜູ້ຊ່ຽວຊານ ທີ່ມີຄວາມຮູ້ ຄວາມສາມາດ ດ້ານການກວດສອບເຄື່ອງໝາຍການຄ້າ, ສິດທິບັດ, ອະນຸສິດທິບັດ ແບບອຸດສາຫະກໍາທ້ອງຖິ່ນ, ປົກປ້ອງພັນພືດ, ລິຂະສິດ, ແກ້ໄຂຂໍ້ຂັດແຍ່ງ, ອົງການລິຂະສິດແບບລວມໝູ່ ແລະ ສົ່ງເສີມອຸດສາຫະກໍາສ້າງສັນ; ສະເໜີໃຫ້ຊ່ວຍເຫລືອ ໃນການກະກຽມຄວາມພ້ອມ ເພື່ອເຂົ້າເປັນພາຄີຂອງ ສົນທິສັນຍາສາກົນບັນດາຂົງເຂດຕ່າງໆ; ສືບຕໍ່ສະໜັບສະໜູນ ການສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ ເຊິ່ງມີແຜນສ້າງໃນປີນີ້ 2 ແຫ່ງຄື: ຢູ່ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນ ອຸດສາຫະກຳ ແລະ ການຄ້າ ແລະ ວຽກງານອື່ນທີ່ກ່ຽວຂ້ອງ.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL