ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ

05/09/2024 15:09
Email Print 83
KPL - Asean 2024 ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2024 ຈັດ​ຂຶ້ນ​ໃນວັນທີ 3-4 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາຮອງປະທານ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາ ລັດຖະ ມົນຕີ ແລະ ຮອງລັດຖະມົນຕີ ກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ
2024 ຈັດ​ຂຶ້ນ​ໃນວັນທີ 3-4 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ  ປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາຮອງປະທານ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ພິຈາລະນາບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ ໜັງສືສະເໜີຂອງລັດຖະບານ ກ່ຽວກັບການດັດແກ້ສັນຍາສຳປະທານ ໂຄງການເຂື່ອນໄຟຟ້າ ດອນສະໂຮງ; ໜັງສືສະເໜີຂອງລັດຖະບານ ກ່ຽວກັບ ການຍົກເວັ້ນການຄິດໄລ່ອາກອນລາຍໄດ້ ສຳລັບການເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ພະນັກງານບຳນານ ແລະ ຜູ້ເສຍອົງຄະ; ຮ່າງແຜນຈັດສັນງົບປະມານ ການລົງທຶນຂອງລັດ ປະຈຳປີ 2025; ໜັງສືສະເໜີຂອງຄະນະປະຈໍາ ສະພາປະຊາຊົນ ນະຄອນຫລວງວຽງຈັນ ກ່ຽວກັບການຂໍໃຫ້ປຶກສາຫາລືຮ່ວມກັບ ລັດຖະບານ ໃນການພິຈາລະນາທົບທວນ ການອະນຸມັດສຳຫລວດ, ຊອກຄົ້ນ ແລະ ຂຸດຄົ້ນແຮ່ເກືອແຮ່ໂປຕາສ ຢູ່ນະຄອນຫລວງວຽງຈັນ.



ນອກຈາກນີ້
, ຍັງໄດ້ຮັບຟັງການລາຍງານ ຜົນການຮຽບຮຽງ ເນື້ອໃນກົດໝາຍຂົງເຂດ ສະພາແຫ່ງຊາດ 3 ສະບັບ ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ; ລາຍງານຄືນຜົນການປັບປຸງເນື້ອໃນ ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ; ລາຍງານຄວາມຄືບໜ້າດ້ານຕ່າງໆ ໃນການກະກຽມເປັນເຈົ້າພາບ ຈັດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ແລະ ກອງປະຊຸມພົບປະ ລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳໄອປາ, ພ້ອມທັງທິດທາງແຜນການ ວຽກງານໃນຕໍ່ໜ້າ; ພິຈາລະນາຄຳຮ້ອງຂໍຄວາມເປັນທຳ 3 ເລື່ອງ.

ຂ່າວ: ສພຊ
KPL