ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍ

05/09/2024 15:04
Email Print 83
KPL - Asean 2024 ຂປລ. ໃນລະຫວ່າງວັນທີ 1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກທາງການ ຢູ່ ສະຫະພັນຣັດເຊຍ ​ແລະ ໃນວັນທີ 5 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວ​ທີປຶກສາຫາລື ເສດ​ຖະ​ກິດພາກ​ຕາ​ເວັນ​ອອກ (EEF) 2024 ທີ່ຈັດໂດຍອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ທີ່ນະຄອນວາລາດີວອສຕ໊ອກ



ຂປລ. ໃນລະຫວ່າງວັນທີ
1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກທາງການ ຢູ່ ສະຫະພັນຣັດເຊຍ ​ແລະ  ໃນວັນທີ 5 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວ​ທີປຶກສາຫາລື ເສດ​ຖະ​ກິດພາກ​ຕາ​ເວັນ​ອອກ (EEF) 2024 ທີ່ຈັດໂດຍອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ທີ່ນະຄອນວາລາດີວອສຕ໊ອກ ໂດຍມີບັນດາຄະນະຜູ້ແທນ ແລະ ສະມາຊິກ ຈາກ 62 ປະເທດເຂົ້າຮ່ວມ ແນ​ໃສ່​ພັດທະນາ​ເສດຖະ ກິດ​ຕາ​ເວັນ​ອອກ​ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ສາກົນ​ ໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກ ເພື່ອສົ່ງເສີມການລົງ ທຶນຕ່າງປະເທດ ຢູ່ພາກຕາເວັນອອກຂອງຣັດເຊຍ ແລະ ສ້າງຄວາມສະດວກ ໃນການປຶກສາຫາລືກ່ຽວກັບ ການພັດທະນາ ເສດຖະກິດໃນພາກພື້ນ.



ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໃນຫົວຂໍ້: ການປົກປ້ອງສິດຂອງຜູ້ປະກອບການ ແລະ ນັກລົງທຶນ ໂດຍເນັ້ນເຖິງຄວາມສໍາຄັນຂອງການຕິດຕາມ ກວດກາການປະຕິບັດກົດໝາຍ
, ປົກປ້ອງສິດຂອງຜູ້ປະກອບການ ແລະ ນັກລົງທຶນ ໂດຍຮັບປະກັນ ການຈັດຕັ້ງປະຕິບັດ ກົດໝາຍການລົງທຶນຢ່າງເຂັ້ມງວດ, ຕິດຕາມກວດກາ ການສືບສວນ-ສອບສວນ ແລະ ການດຳເນີນຄະດີ, ສົ່ງເສີມການຈັດຕັ້ງປະຕິບັດໃຫ້ມີຄວາມເປັນທຳ ເພື່ອປ້ອງກັນການສໍ້ໂກງ, ການສໍ້ລາດບັງຫລວງ ແລະ ການຢຶດຊັບ, ການແກ້ໄຂຂໍ້ຂັດແຍ້ງ, ສົ່ງເສີມຄວາມໂປ່ງໃສ ໃນການປະຕິບັດທຸລະກິດ ແລະ ລະບຽບການຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ປອດໄພ ແລະ ສະເໝີພາບໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການທັງໝົດ.

ລັດຖະບານລາວ ຍັງໄດ້ສົ່ງເສີມການລົງທຶນພາຍໃນປະເທດ ດ້ວຍການຊຸກຍູ້ ດ້ານພາສີ, ປັບປຸງການເຂົ້າເຖິງສິນເຊື່ອ, ການພັດທະນາພື້ນຖານໂຄງລ່າງ ແລະ ການປະຕິຮູບລະບຽບການ; ໄດ້ຮັບຮອງເອົານະໂຍບາຍເປີດປະຕູ, ສ້າງຕັ້ງເຂດເສດຖະກິດພິເສດ, ລົງນາມໃນສັນຍາການຄ້າ, ຊຸກຍູ້ການພົວພັນຄູ່ຮ່ວມມື ພາກລັດ-ເອກະຊົນ ແລະ ການປະຕິບັດກົດໝາຍລົງທຶນທີ່ເປັນມິດ.  ພ້ອມກັນນັ້ນ,  ລັດຖະ ບານ ຍັງໄດ້ປົກປ້ອງສິດຂອງນັກລົງທຶນ ໂດຍຜ່ານກົດໝາຍທີ່ຮັດກຸມ ຊຶ່ງລວມທັງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ, ສິ່ງຈູງໃຈທາງພາສີ ແລະ ການຮັບປະກັນ ການປະຕິບັດທີ່ຍຸຕິທຳ. ນອກນີ້, ຍັງມີບັນດາກົນໄກການແກ້ໄຂຂໍ້ຂັດແຍ່ງ ເຊັ່ນ: ເຂົ້າຮ່ວມເປັນສະມະຊິກສົນທິສັນຍາ ການລົງທຶນສອງຝ່າຍກັບບັນດາປະເທດຕ່າງໆ, ໃຫ້ຄຳໝັ້ນສັນຍາດຳເນີນທຸລະກິດຢ່າງໂປ່ງໃສ ແລະ ຍຸຕິທຳ ເພື່ອສ້າງສະພາບແວດລ້ອມທີ່ໝັ້ນຄົງ ໃຫ້ບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ.

ພ້ອມ​ນີ້, ທ່ານ ໄຊຊະນະ ໂຄດພູທອນ ຍັງໄດ້ສະແດງຄວາມເຊື່ອໝັ້ນ ຕໍ່ຜົນຂອງກອງປະຊຸມເວທີ ປຶກສາຫາລື ເສດຖະກິດພາກຕາເວັນອອກ (EEF) 2024 ໃນຄັ້ງນີ້, ຈະປະກອບສ່ວນສໍາຄັນເຂົ້າໃນ ການຊຸກຍູ້ການຮ່ວມມືລະດັບພາກພື້ນ ແລະ ສາກົນ ຍິ່ງຂຶ້ນ.

ຂ່າວ-ພາບ: ອອປສ

KPL