ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

05/09/2024 14:59
Email Print 83
KPL - Asean 2024 ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.



ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ
19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

ທ່ານ ຄຳເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ, ທັງເປັນຜູ້ອຳນວຍການສ້າງຮູບເງົາ ນວນແສງ ໄດ້ ຖະແຫລງຂ່າວ ໃນວັນທີ 5 ກັນຍາ 2024 ນີ້ວ່າ: ຮູບເງົາ ນວນແສງ ຖືກສ້າງ ແລະ ຜະລິດໂດຍ ທີມງານກົມຮູບເງົາ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ອງທ່ຽວ ​ເຊິ່ງເນື້ອໃນຂອງຮູບເງົາດັ່ງກ່າວ ແມ່ນພັນລະນາກ່ຽວກັບນັກສຶກສາຍິງຄົນໜຶ່ງ ທີ່ຫາກໍ່ຮຽນຈົບສາຍຄູປະຖົມ ຢູ່ທີ່ວິທະຍາໄລຄູດົງຄຳຊ້າງ ຊື່ນວນແສງ ເຊິ່ງນາງເປັນຄົນມີຈິດໃຈທີ່ດີງາມ, ມັກສຶກສາຮໍ່າຮຽນ, ມັກເດັກນ້ອຍ ແລະ ທີ່ສຳຄັນແມ່ນ ນວນແສງ ສົນໃຈກ່ຽວກັບປະຫວັດສາດລາວ ໂດຍສະເພາະ ກ່ຽວກັບລະເບີດບໍ່ທັນແຕກຢູ່ລາວ. ຫລັງຈາກຈົບການສຶກແລ້ວ ກໍໄດ້ຖືກສັບຊ້ອນໃຫ້ໄປເປັນຄູສອນຢູ່ ແຂວງຊຽງຂວາງ ໃນເຂດຫ່າງໄກທຸລະການດານ, ເວລາຜ່ານໄປເຮັດໃຫ້ ນວນແສງ ໄດ້ຮຽນຮູ້ສະພາບການ ການຂອງບ້ານເມືອງ ແລະ ຄວາມທຸກຍາກຂາດເຂີນຂອງປະຊາຊົນ ພາຍໃນບ້ານ, ລາວໄດ້ຊອກວິທີທາງ ເພື່ອຈະຊ່ວຍເຫລືອ ແລະ ສົ່ງຄວາມຮູ້ໃຫ້ນັກຮຽນ ໄດ້ໃຫ້ຫລາຍທີ່ສຸດ, ນວນແສງ ໄດ້ຍາດເວລາເພື່ອຊອກຂໍ້ມູນກ່ຽວລະ ເບີດບໍ່ທັນແຕກ ແລະ ຜົນກະທົບຂອງມັນ ມາສອນໃຫ້ນັກຮຽນ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍ ຂອງລະເບີດຍັງບໍ່ທັນແຕກ ຢ່າງ​ກວ້າງຂວາງ.



ໂອກາດ​ນີ້, ທ່ານ​ຫົວໜ້າ​ກົມ​ຮູບ​ເງົາ ​ໄດ້ເຊີນຊວນໃຫ້ ພະນັກງານ
, ທະຫານ, ຕໍາຫລວດ, ນັກ ຮຽນ-ນັກສຶກສາ, ພໍ່ແມ່ປະຊາຊົນພາຍໃນນະຄອນຫລວງ ແລະ ຕ່າງແຂວງມາຊົມຮູບເງົາຂອງຄົນລາວ, ຊ່ວຍສົ່ງເສີມຜະລິດຕະພັນລາວ, ທັງເປັນບົດຮຽນ ແລະ ເປັນຄະຕິເຕືອນໃຈ ໃຫ້ທຸກຄົນພາຍໃນຊາດ ໄດ້ຮັບຮູ້ເຖິງຜົນກະທົບ ຈາກສິ່ງເສດເຫລືອປາງສົງຄາມ ທີ່ຍັງຄົງຫລົງເຫລືອ ຢູ່ພາຍໃນປະເທດ ຂອງພວກເຮົາ ເຊິ່ງບໍ່ຮູ້ໄດ້ວ່າເມື່ອໃດມັນຈະໝົດໄປຈາກບ້ານເມືອງ, ມັນໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນຂອງພໍ່ແມ່ປະຊາຊົນ ແລະ ເປັນສິ່ງທ້າທາຍຕໍ່ການພັດທະນາ ເສດຖະຂອງປະເທດເຮົາ ​ແລະ ຫວັງຢ່າງຍິ່ງວ່າ ຮູບເງົາເລື່ອງນີ້ ຈະເປັນສ່ວນໜຶ່ງໃນການເຜີຍແຜ່ໃຫ້ຮູ້​ເຖິງ ຜົນກະທົບຂອງລະເບີດ ທີ່ຍັງບໍ່ທັນແຕກຕົກຄ້າງຢູ່ໃນລາວ, ສະທ້ອນໃຫ້ເຫັນນ້ຳໃຈ ເສຍສະລະຂອງພະນັກງານ, ຄູ, ອາຈານ, ທະຫານ, ຕຳຫລວດ ຍາມໃດກໍຕ້ອງໄດ້ຖືເອົາ ຄວາມຢູ່ເປັນເປັນສຸກ ຂອງປະຊາຊົນມາກ່ອນ, ຮູ້ຈັກເສຍສະລະຄວາມສຸກສ່ວນຕົວ ເພື່ອໃຫ້ເດັກນ້ອຍຊົນນະບົດ ໄດ້ມີໂອກາດຮ່ຳຮຽນໜັງສື ແລະ ມີໂອກາດທີ່ຈະພັດ ທະນາໂຕເອງ ເພື່ອພ້ອມກັນສ້າງສາ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.

ຂ່າວ-ພາບ: ກິດຕາ

KPL