ພິທີສົ່ງສະການ ສະຫາຍ ຫງວຽນ ຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ

26/07/2024 20:29
Email Print 83
KPL - Asean 2024 ໃນເວລາ 15 ໂມງຂອງວັນທີ 26 ກໍລະກົດ, ພິທີ ສົ່ງສະການ ສະຫາຍ ຫງວຽນ ຝູ໋ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ໄດ້ຈັດຂຶ້ນ ຢ່າງສົມກຽດ ຢູ່ເຂດສຸສານ ມາຍຢີກ, ນະຄອນ ຮ່າໂນ້ຍ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ໃນເວລາ 15 ໂມງຂອງວັນທີ 26 ກໍລະກົດ, ພິທີ ສົ່ງສະການ ສະຫາຍ ຫງວຽນ ຝູ໋ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ໄດ້ຈັດຂຶ້ນ ຢ່າງສົມກຽດ ຢູ່ເຂດສຸສານ ມາຍຢີກ, ນະຄອນ ຮ່າໂນ້ຍ. ເຂົ້າຮ່ວມ ພິທີສົ່ງສະການ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ລວມມີ: ສະຫາຍ  ໂຕເລິມ, ປະທານ ປະເທດ, ສະຫາຍ  ຟ້າມມິງຈິງ, ນາຍົກລັດຖະມົນຕີ, ສະຫາຍ ປະທານ ສະພາແຫ່ງຊາດ ເຈິ່ນແທັງເໝິນ, ບັນດາຜູ້ແທນ, ແຂກສາກົນ, ອະດີດ ການນຳພັກ, ລັດ ແລະ ຜູ້ຕາງໜ້າບັນດາອົງການ, ໝູ່ຄະນະ, ທ້ອງຖິ່ນ.ພາຍຫລັງ ສຳເລັດ ພິທີປົງສົບ, ສະຫາຍ ເລື່ອງເກື່ອງ ກຳມະການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງງານສົບ, ໄດ້ສະແດງ ຄວາມຂອບໃຈຕໍ່ ບັນດາ ການນຳພັກ, ລັດ, ບັນດາຜູ້ແທນ ແຂກຜູ້ມີກຽດ, ທົ່ວປວງຊົນ ທັງຊາດ, ກົມກອງກຳລັງ ປະກອບ ອາວຸດ, ຜູ້ຊົງຄຸນວຸດທິ, ປັນຍາຊົນ, ຜູ້ມີຍົດສັກຕຳແໜ່ງ ທາງສາສະໜາ, ຄະນະນັກການທູດ, ການນຳບັນດາປະເທດ, ບັນດາ ອົງການ ຈັດຕັ້ງ ແລະ ເພື່ອນມິດສາກົນ ທີ່ໄດ້ມາວາງພວງມາລາ ໄວ້ອາໄລ, ຝາກພວງມາລາ, ໂທລະເລກ ແບ່ງປັນ ຄວາມເສົ້າສະຫລົດໃຈ, ເຂົ້າຮ່ວມ ພິທີວາງພວງມາລາ, ກ່າວໄວ້ອາໄລ, ພິທີສົ່ງສະການ ແລະ ສົ່ງອຳລາ ສະຫາຍ ເລຂາທິການໃຫຍ່ ຫງວຽນ ຝູ໋ຈ້ອງ ໃຫ້ໄປສູ່ ສຸຂະຕິພົບ. ໃນສຽງດຸລິຍະ, ການນຳພັກ, ລັດ, ແຂກສາກົນ ແລະ ຄອບຄົວ ໄດ້ຈູດທູບໃຕ້ທຽນ ແລະ ຍ່າງອ້ອມຂຸມຝັງສົບ ເພື່ອສົ່ງອຳລາສະຫາຍ ເລຂາທິການໃຫຍ່, ນັກຮົບກອມມູນິດ, ການນຳດີເລີດ, ລູກຜູ້ດີເດັ່ນ ຂອງຊາດ ຫວຽດນາມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL