ກົມສ່ວຍສາອາກອນ ສຳເລັດການເປັນ ເຈົ້າພາບ 2 ກອງປະຊຸມ ສໍາຄັນຂອງອາຊຽນ

17/10/2024 14:00
Email Print 83
KPL - Asean 2024 ຂປລ. ກົມສ່ວຍສາອາກອນ ກະຊວງການເງິນ ສປປ ລາວ ສໍາເລັດການເປັນເຈົ້າພາບ ຈັດກອງປະຊຸມວຽກງານສ່ວຍສາອາກອນອາຊຽນ (WG-AFT)ຄັ້ງທີ 19 ແລະ ກອງປະຊຸມວຽກງານ ອາກອນຊົມໃຊ້ອາຊຽນ (SF-ET) ຄັ້ງທີ 16 ລະຫວ່າງວັນທີ 14-16 ຕຸລາ 2024 ຢູ່ແຂວງຫລວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ, ມີຄະນະຜູ້ແທນບັນດາປະເທດ ສະມາຊິກອາຊຽນ; ກອງເລຂາອາຊຽນ; ອົງການ OECD, ADB, WHO ເຂົ້າຮ່ວມ.

ຂປລ. ກົມສ່ວຍສາອາກອນ ກະຊວງການເງິນ ສປປ ລາວ ສໍາເລັດການເປັນເຈົ້າພາບ ຈັດກອງປະຊຸມວຽກງານສ່ວຍສາອາກອນອາຊຽນ (WG-AFT)ຄັ້ງທີ 19 ແລະ ກອງປະຊຸມວຽກງານ ອາກອນຊົມໃຊ້ອາຊຽນ (SF-ET) ຄັ້ງທີ 16 ລະຫວ່າງວັນທີ 14-16 ຕຸລາ 2024 ຢູ່ແຂວງຫລວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ, ມີຄະນະຜູ້ແທນບັນດາປະເທດ ສະມາຊິກອາຊຽນ; ກອງເລຂາອາຊຽນ; ອົງການ OECD, ADB, WHO ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດ ການແຂ່ງຂັນດ້ານສ່ວຍສາອາກອນ  ແລະ ນະໂຍບາຍ ພາຍ​ໃຕ້ເສົາຄໍ້າທີສອງ, ການຄຸ້ມຄອງການຈັດເກັບລາຍຮັບ ອາກອນແບບດີຈິຕອນ ແລະ ປັນຍາປະດິດ, ຄວາມຄືບໜ້າໃນ ການປັບປຸງສົນທິສັນຍາ ສ່ວຍສາອາກອນ DTA ໃນອາຊຽນ, ອາກອນຫັກໄວ້ເວລາຈ່າຍ, ການຄຸ້ມຄອງອາກອນມູນຄ່າເພີ່ມ ໃນການສະໜອງສິນຄ້າ ແລະ ການບໍລິ ການລະຫວ່າງປະເທດ ແລະ ທິດທາງໃນຕໍ່ໜ້າ ກ່ຽວກັບນະໂຍບາຍ ທາງກົງດ້ານສ່ວຍສາກອນ ໃນພາກພື້ນອາຊຽນ, ວຽກງານການສ້າງຂີດຄວາມສາມາດ ພາຍໃຕ້ຫົວຂໍ້ໃບເກັບເງິນແບບເອເລັກໂຕນິກ, ການສ້າງຂີດຄວາມສາມາດໃນຫົວຂໍ້ ຂອບການລາຍງານຊັບສິນ Cryptoແລະ ການເຊື່ອມໂຍງກັບເວທີເສ ວະນາທົ່ວໂລກ ລວມທັງວຽກງານ ການສ້າງຂີດຄວາມສາມາດ ພາຍໃຕ້ຫົວຂໍ້ອາກອນສິ່ງແວດລ້ອມ ແລະ ກາກບອນ.

ພ້ອມນີ້, ຍັງເປັນຂີດໝາຍສໍາຄັນ ຂອງບັນດາປະເທດສະມາຊິກອາຊຽນ ໂດຍສະເພາະຜູ້ຊ່ຽວ ຊານວຽກງານສ່ວຍສາອາກອນ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບບຸລິມະສິດ ປະຈຳປີ 2024 ຂອງກອງປະຊຸມ AFT ແລະ SF-ET, ຄວາມຄືບໜ້າຂອງບັນດາ ກອງປະຊຸມລະດັບສູງ ທີ່ຕິດພັນກັບປະຊາຄົມ ເສດຖະກິດອາຊຽນ ຫລັງປີ2025, ແຜນຍຸດທະສາດ ປະຊາຄົມເສດຖະກິດອາຊຽນ ແຕ່ປີ2026-2030 ແລະ ບັນດາບັນຫາປິ່ນອ້ອມຈາກ ກອງປະຊຸມລະດັບສູງ. ນອກນັ້ນ, ຍັງໄດ້ປຶກສາຫາລືກ່ຽວແຜນບຸລິມະສິດປະຈຳປີ 2025 (Annual Priorities/AP), ການຮັບຮອງເອົາບັນດາມາດຕະ ການຍຸດທະສາດ ແລະ ກິດຈະກຳໜ້າວຽກຍ່ອຍ ທີ່ຕິດພັນກັບ ກອງປະຊຸມລະດັບວິຊາການ AFT & SF-ET ພາຍໃຕ້ແຜນຍຸດທະສາດ ປະຊາຄົມເສດຖະກິດອາຊຽນ AEC ແຕ່ປີ 2026-2030, ແຜນບຸລິມະສິດປະຈໍາປີ 2024 ບັນດາປະເທດສະມາຊິກ ໄດ້ປຶກສາຫາຫລືແລກປ່ຽນສໍາເລັດແລ້ວ ແລະ ທິດທາງແຜນການກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຫັກອາກອນ ເວລາຈ່າຍຈະໄດ້ສືບຕໍ່ຊອກ ຫາກົນໄກທີ່ຈະປະຕິບັດຮ່ວມກັນ ໃນອະນາຄົດ.

ໃນຕອນທ້າຍກອງປະຊຸມ, ທ່ານ ສາຍມະໂນລິນ ສິນບັນດິດ ໄດ້ມີຄໍາເຫັນໃນນາມ ການເປັນເຈົ້າພາບຈັດກອງປະຊຸມ, ທັງເປັນປະທານກອງປະຊຸມ ​ໂດຍ​ທ່ານໄດ້ຕີລາຄາສູງ ຕໍ່ໝາກຜົນສຳເລັດຂອງກອງປະຊຸມ ແລະ ເຫັນວ່າໃນກອງປະຊຸມ ໄດ້ແລກປ່ຽນຄຳຄິດເຫັນກ່ຽວ​ກັບຫົວຂໍ້ຕ່າງໆ ຈາກບັນດາປະເທດໃນສະມາຊິກອາຊຽນ ທີ່ຕິດພັນກັບນະໂຍບາຍອາກອນສາກົນ ທີ່ກຳລັງເປັນທີ່ສົນໃຈໃນເວທີໂລກ ແລະ ບັນດາຄຳຄິດເຫັນຈາກຊ່ຽວຊານ ທີ່ເປັນປະໂຫຍດໃຫ້ປະເທດສະມາຊິກອາຊຽນ ກ້າວໜ້າໄປພ້ອມກັນ ແລະ ເຂັ້ມແຂງໄປນຳກັນ.

ສຳລັບກອງປະຊຸມ WG-AFT ແລະ SF-ET ຄັ້ງຕໍ່ໄປແມ່ນປະເທດມາເລເຊຍ ໄດ້ຮັບກຽດເປັນເຈົ້າພາບ ໃນປີ 2025.

ຂ່າວ: ກະຊວງການເງິນ

KPL