ຮວຜທ ຈັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ I

17/10/2024 14:08
Email Print 83
KPL - Asean 2024 ຂປລ. ອົງຄະນະພັກໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ I ໃນວັນທີ 17 ຕຸລາ 2024 ໂດຍມີ ສະຫາຍ ພົທ ທອງລອຍ ສິລິວົງ ກຳ ມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ພ້ອມດ້ວຍບັນດາສະຫາຍ ຄະນະພັກ, ຄະນະນຳໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ອົງຄະນະພັກໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ
I  ໃນວັນທີ 17 ຕຸລາ 2024 ໂດຍມີ ສະຫາຍ ພົທ ທອງລອຍ ສິລິວົງ ກຳ ມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ພ້ອມດ້ວຍບັນດາສະຫາຍ ຄະນະພັກ, ຄະນະນຳໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.   




ໂອກາດດັ່ງກ່າວ
, ສະຫາຍ ພັອ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຕີລາຄາໝາກຜົນແຫ່ງ ການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດມະຕິກອງປະຊຸມ ໃນໄລຍະຜ່ານມາ, ພ້ອມທັງ ຍົກໃຫ້ເຫັນ ຈຸດດີ, ຈຸດອ່ອນ ແລະ ບາງບົດຮຽນ ທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ເຊິ່ງມີຜົນສຳເລັດ ຫລາຍດ້ານ ເປັນຕົ້ນ ຄະນະພັກ ໄດ້ຊີ້ນໍາການສ້າງແຜນການ ລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາບ້ານໃນຂອບເຂດຮັບຜິດຊອບ, ໄດ້ເປັນເຈົ້າການໃນ ການສຶກສາອົບຮົມສະມາຊິກພັກ, ພະນັກງານ, ນັກຮົບ ແລະ ນັກຮຽນ ແນໃສ່ສະກັດກັ້ນ ບັນດາໜໍ່ແໜງຕ່າງໆ ທີ່ພາໃຫ້ກົມກອງ ກໍຄື ໂຮງຮຽນບໍ່ມີຄວາມສະຫງົບ; ໄດ້ຊີ້ນໍາສ້າງແຜນການ ຈັດຕັ້ງປະຕິບັດລະບອບປະຈໍາການ ກຽມພ້ອມສູ້ຮົບ ໃນແຕ່ລະວັນຕະຫລອດ 24 ຊົ່ວໂມງ, ພ້ອມທັງຈັດຕັ້ງກຳລັງປະຈຳການ 3 ຂັ້ນ ກຳລັງປ້ອງກັນເວນຍາມ ຈຸດສຳຄັນຕ່າງໆ ຕາມຂອບເຂດຮັບຜິດຊອບ ເຮັດໃຫ້ສະພາບມີ ຄວາມສະຫງົບ-ປອດໄພ, ໄດ້ຊີ້ນໍາການສ້າງແຜນການ ກຽມພ້ອມຮັບມື ກັບໄພພິບັດຕ່າງໆ ໃນແຕ່ລະໄລຍະ. ໃນນີ້, ໄດ້ມີການຈັດຕັ້ງກໍາລັງ, ພາຫະນະເພື່ອກອບກູ້ ແລະ ຊ່ວຍເຫລືອ ໃນກໍລະນີເກີດມີໄພພິບັດ ໃຫ້ໄດ້ທັນເວລາ. ປັດຈຸບັນ, ທົ່ວອົງຄະນະພັກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ມີ 6 ໜ່ວຍພັກຮາກຖານ, ໄລຍະຜ່ານມາ ໄດ້ຮັບການລາຍງານຈາກ 6 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ ທີ່ໄດ້ຕີລາຄາແບ່ງ ປະເພດສະມາຊິກພັກ ປະເພດແຂງ 178 ສະຫາຍ, ຍິງ 38 ສະຫາຍ, ປະເພດກາງ 10 ສະຫາຍ, ຍິງ 1 ສະຫາຍ, ອ່ອນ 2 ສະຫາຍ, ຍິງ 2 ສະຫາຍ, ບໍ່ໄດ້ຕີລາຄາແບ່ງປະເພດ 36 ສະຫາຍ, ຍິງ 2 ສະຫາຍ (ສາເຫດແມ່ນສະມາຊິກພັກສໍາຮອງ ແລະ ສະມາຊິກພັກຍ້າຍເຂົ້າມາໃໝ່). ສຳລັບ ວຽກງານການຮຽນ-ການສອນ ໄດ້ຊີ້ນຳຄູອາຈານເອົາໃຈໃສ່ ປະຕິບັດໂມງເວລາ ໃນການຂຶ້ນຫ້ອງສິດສອນຢ່າງເຂັ້ມງວດ ຍົກລະດັບການສິດສອນ ຄວາມຮູ້ໂດຍຖືນັກຮຽນເປັນໃຈກາງ ໝາຍຄວາມວ່າ ການສິດສອນສົ່ງຄວາມຮູ້ ຕິດພັນກັບການເສີມຂະຫຍາຍສະຕິປັນຍາ, ສ້າງໃຫ້ມີຫົວຄິດປະດິດສ້າງ, ມີຄວາມກະຕືລືລົ້ນ ຂອງນັກຮຽນ ໃນການຮັບເອົາ ຄວາມຮູ້ຈາກຄູອາຈານ ຈົນສາມາດນຳໃຊ້ເຂົ້າໃນການຮ່ຳຮຽນ, ສອບເສັງ ກໍຄື ການເຄື່ອນໄຫວກິດຈະກຳຕ່າງໆ.



ພ້ອມນີ້
, ສະຫາຍ ພັອ ສະແຫວງ ແດນນາມົນ ຍັງໄດ້ຍົກໃຫ້ເຫັນ ທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ ​ໂດຍຈະສູ້ຊົນປັບປຸງ ກໍ່ສ້າງໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ ໃຫ້ເປັນບ່ອນກໍ່ສ້າງພະນັກງານ ຮຸ່ນສືບທອດ ທີ່ມີຄຸນນະພາບ ຂອງກອງທັບປະຊາຊົນລາວ; ສູ້ຊົນເຮັດໃຫ້ສະ ພາບຂອບເຂດກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບໂດຍພື້ນຖານ, ເອົາໃຈໃສ່ລົງກໍ່ສ້າງຮາກຖານການເມືອງ, ສົມທົບກັບອົງການປົກຄອງທ້ອງຖິ່ນ ຂອບເຂດກົມກອງຮັບຜິດຊອບ ພ້ອມກັນເຮັດວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໃຫ້ດີກ່ວາເກົ່າ; ສູ້ຊົນສ້າງພະນັກງານ-ສະມາຊິກພັກ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ສ້າງສະມາຊິກພັກແຂງໃຫ້ໄດ້ 2/3 ຂຶ້ນໄປ, ສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ ແລະ ກົມກອງປອດໃສ, ປອດໄພ, ປອດຄະດີ ໃຫ້ໄດ້ 90% ຂຶ້ນໄປ, ສູ້ຊົນບໍ່ໃຫ້ມີ ສະມາຊິກພັກ ເສຍທາດຂາດຄຸນ, ສ້າງແຜນການຝຶກອົບຮົມກວດສອບເລຂາ, ຮອງເລຂາ ຄັ້ງທີ I ໃຫ້ ຮາກຖານພັກ ແລະ ສູ້ຊົນສ້າງກົມກອງວັດທະນະທໍາ-ນັກຮົບວັດທະນະທຳ ໃນທົ່ວກອງພັນໃຫຍ່ໃຫ້ໄດ້ 1 ກົມກອງ, ສູ້ຊົນສ້າງແຜນການ ກຳນົດພະນັກງານນຳພາ-ບັນຊາ ຂັ້ນກະຊວງປ້ອງກັນ ປະເທດຄຸ້ມຄອງ ແລະ ພະນັກງານນຳພາ-ບັນຊາ ຂັ້ນກົມກອງຄຸ້ມຄອງ, ສູ້ຊົນກໍ່ສ້າງພະນັກງານລະດັບ ປະລິນຍາໂທ, ປະລິນຍາຕີ, ຊັ້ນສູງ ໃຫ້ໄດ້ 45-55 ສະຫາຍ.

ໃນໂອກາດດຽວກັນ, ຜູ້ແທນສົມບູນ ແລະ ສຳຮອງ ຍັງໄດ້ປ່ອນບັດເລືອກເອົາຄະນະພັກຊຸດໃໝ່ ຕື່ມອີກ.

ຂ່າວ-ພາບ: ທະນູທອງ

KPL