ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອຳນວຍການ ເອດີບີ ປະຈຳລາວ ອຳລາ

17/10/2024 14:13
Email Print 83
KPL - Asean 2024 ຂປລ. ໃນວັນທີ 17 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ໂຊໂນມິ ທະນະກະ ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີດ​ບີ ປະຈຳ ສປປ ລາວ ໃນໂອກາດສໍາ​ເລັດວາລະການປະຕິບັດໜ້າທີ່ຢູ່ ສປປ ລາວ.



ຂປລ. ໃນວັນທີ
17 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ໂຊໂນມິ ທະນະກະ ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີດ​ບີ ປະຈຳ ສປປ ລາວ ໃນໂອກາດສໍາ​ເລັດວາລະການປະຕິບັດໜ້າທີ່ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມືລະ ຫວ່າງ ສປປ ລາວ ແລະ ທະນາຄານພັດທະນາອາຊີ ໄດ້ມີຜົນສຳເລັດ ແລະ ມີບາດກ້າວທີ່ຂະຫຍາຍຕົວ, ພ້ອມທັງ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງ ທ່ານ ນາງ ໂຊໂນມິ ທະນະກະ ເຊິ່ງສະແດງອອກໃຫ້ເຫັນ ໃນຫລາຍໂຄງການທີ່ໄດ້ຮັບການອະນຸມັດ ແລະ ຈັດຕັ້ງປະຕິບັດ ຕະຫລອດໄລຍະການປະຕິບັດໜ້າທີ່ຂອງທ່ານ. ພ້ອມນີ້, ທ່ານ ທອງຜ່ານ ສະຫວັນເພັດ ຍັງໄດ້ກ່າວຕ້ອນຮັບ ຜູ້ອຳນວຍການຫ້ອງ ການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ຄົນໃໝ່ ແລະ ຫວັງຢ່າງຍິ່ງວ່າ ທະນາຄານພັດທະນາອາຊີ ຈະໄດ້ສືບຕໍ່ໃຫ້ການສະໜັບສະໜູນ ການຈັດຕັ້ງປະຕິບັດໂຄງການຕ່າງໆ ທີ່ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຕໍ່ໜ້າ.



ທ່ານ ນາງ ໂຊໂນມິ ທະນະກະ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ທອງຜ່ານ ສະຫວັນເພັດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ
, ພ້ອມທັງຍົກໃຫ້ເຫັນຜົນສຳເລັດ ໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ຕະຫລອດໄລຍະເວລາ 4 ປີຜ່ານມາ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຢູ່ ສປປ ລາວ ເປັນຕົ້ນ ການສະໜັບສະໜູນ ທາງດ້ານການເງິນ ແລະ ການຊ່ວຍເຫລືອໃຫ້ແກ່ ບັນດາຂະແໜງການຂອງ ສປປ ລາວ ເຊິ່ງລວມມູນຄ່າຫລາຍກວ່າ 422 ລ້ານໂດລາສະຫະລັດ, ອັນພົ້ນເດັ່ນ ໄດ້ປະກອບສ່ວນໃນການຮັບມືກັບ ການແພ່ລະບາດພະຍາດ ໂຄວິດ-19 ແລະ ການແກ້ໄຂບັນຫາ ເສດຖະກິດ-ການເງິນ ຂອງ ສປປ ລາວ.

ຂ່າວ-ພາບ: ກຕທ

KPL