ລົງນາມບົດບັນທຶກ ການດຳເນີນຄະດີຕາມຂະບວນຍຸຕິທຳ

17/10/2024 13:52
Email Print 83
KPL - Asean 2024 ຂປລ. ພິທີລົງນາມບົດບັນທຶກຮ່ວມ 5 ພາກສ່ວນ ລະຫວ່າງ ອົງການໄອຍະການປະຊາຊົນ ເຂດ II ນະຄອນຫລວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບ, ສານປະຊາຊົນເຂດ II, ຫ້ອງການຍຸຕິທໍາ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈຳເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 16 ຕຸລາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງໄຊທານີ ນະຄອນຫລວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ຂປລ. ພິທີລົງນາມບົດບັນທຶກຮ່ວມ
5 ພາກສ່ວນ ລະຫວ່າງ ອົງການໄອຍະການປະຊາຊົນ ເຂດ II ນະຄອນຫລວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບ, ສານປະຊາຊົນເຂດ II, ຫ້ອງການຍຸຕິທໍາ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈຳເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 16 ຕຸລາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງໄຊທານີ ນະຄອນຫລວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການລົງນາມໃນຄັ້ງນີ້, ແມ່ນໄດ້ພ້ອມກັນກໍານົດກົນໄກປະສານງານ ການດຳເນີນຄະດີຕາມຂະ ບວນຍຸຕິທຳ ເປັນຕົ້ນ ການດໍາເນີນຄະດີຂອງ ອົງການສືບສວນ-ສອບສວນ ກອງບັນຊາການປ້ອງກັນຄວາມສະຫງົບ; ການດໍາເນີນຄະດີ ແລະ ການຕິດຕາມກວດກາ ຂອງອົງການໄອຍະການ ປະຊາຊົນເຂດ II;  ການດໍາເນີນຄະດີຂອງສານປະຊາຊົນ ເຂດ II; ການປະຕິບັດຄໍາຕັດສີນຂອງສານ ຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈໍາເມືອງ; ຫ້ອງການຍຸຕິທໍາເມືອງໄຊທານີ; ບັນຫາລວມທີ່ຈະໄດ້ແກ້ໄຂຮ່ວມກັນຂອງ 5 ພາກສ່ວນ;  ມາດຕະການຈັດຕັ້ງປະຕິບັດ. ບົດບັນທຶກຮ່ວມ ສະບັບດັ່ງກ່າວ, ສ້າງຂຶ້ນເພື່ອເປັນບ່ອນອີງໃຫ້ແກ່ 5 ພາກສ່ວນ ນໍາໄປຈັດຕັ້ງຜັນຂະຫຍາຍ ໃນຂະແໜງການຂອງຕົນ ໃຫ້ປະຕິບັດຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ມີຄວາມເປັນເອກະພາບກັນ.



ທ່ານ ວຽງຄໍາ ສີຫາໂຄດ ໄດ້​ກ່າວວ່າ: ເພື່ອໃຫ້ການລົງນາມໃນຄັ້ງນີ້ມີຜົນສັກສິດ ທ່ານໄດ້ເນັ້ນແຕ່ລະພາກສ່ວນປະສານສົມທົບເຊິ່ງກັນ ແລະ ກັນ ນໍາເອົາບົດບັນທຶກສະບັບນີ້
, ໄປຈັດຕັ້ງປະຕິບັດ ເຜີຍແຜ່ໃຫ້ພະນັກງານ ໃນຂົງເຂດຂອງຕົນຮັບຮູ້ ແລະ ເຂົ້າໃຈ ແລ້ວກຳນົດກົນໄກ, ລະບອບປະຊຸມ ປຶກສາຫາລື, ແລກປ່ຽນ, ຖອດຖອນບົດຮຽນ 6 ເດືອນຕໍ່ຄັ້ງ ໂດຍພັດປ່ຽນໝູນວຽນກັນເປັນເຈົ້າພາບ ເພື່ອແກ້ໄຂບັນຫາຄົງຄ້າງຮ່ວມກັນ ໃຫ້ມີຄວາມເປັນເອກະພາບ ໃນການຊອກຫາວິທີແກ້ໄຂຮ່ວມກັນ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າ ໄດ້ຮັບຄວາມຍຸຕິທຳ ແລະ ເຮັດໃຫ້ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມມີຄວາມສະຫງົບ ທົ່ວເມືອງໄຊທານີ.

ຂ່າວ-ພາບ: ແສງພະຈັນ

KPL