ຊາວອົດສະຕຣາລີ ຖີ້ມເສດອາຫານ ຫລາຍກວ່າ 7 ລ້ານໂຕນຕໍ່ປີ
Email
Print
83
KPL - Asean 2024
ອົງການ ເອັນຟູດ ເວສ ອົດສະຕຣາລີ (ອີເອຟດັບເບິລຢູເອລ) ລະບຸວ່າ: ຊາວອົດສະຕຣາລີ ໄດ້ຖີ້ມເສດອາຫານ 7,6 ລ້ານໂຕນ ຕໍ່ປີ ໂດຍຄິດໄລ່ ເປັນມູນຄ່າ ປະມານ 36,600 ລ້ານໂດລາ ອົດສະຕຣາລີ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານ ຈາກ ນະຄອນຫລວງ ແຄັນເບຣາ ປະເທດ ອົດສະຕຣາລີ ເມື່ອວັນທີ 25 ກໍລະກົດ, ອົງການ ເອັນຟູດ ເວສ ອົດສະຕຣາລີ (ອີເອຟດັບເບິລຢູເອລ) ລະບຸວ່າ: ຊາວອົດສະຕຣາລີ ໄດ້ຖີ້ມເສດອາຫານ 7,6 ລ້ານໂຕນ ຕໍ່ປີ ໂດຍຄິດໄລ່ ເປັນມູນຄ່າ ປະມານ 36,600 ລ້ານໂດລາ ອົດສະຕຣາລີ. ທ່ານ ສະຕີເວນ ລາພິດ ເຈົ້າໜ້າທີ ລະດັບສູງ ຂອງ ອີເອຟດັບເບິລຢູເອລ ກ່າວວ່າ ປະລິມານ ຂີ້ເຫຍື້ອ ອາຫານ ດັ່ງກ່າວ ຈຳນວນ ຫລາຍພຽງພໍ ທີ່ຈະນໍາມາ ຈັດກຽມ ເປັນຄາບ ກາງເວັນ ໃຫ້ແກ່ ຊາວອົດສະຕຣາລີ ທຸກຄົນ ໃນແຕ່ລະວັນ, ໃນຂະນະທີ່ ຄົວເຮືອນ 3,7 ລ້ານຫລັງ ພວມພະຍາຍາມ ຊອກຫາ ອາຫານ ເພື່ອລ້ຽງຊີວິດແລະອື່ນໆ. /