KPL - Asean 2024
ກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີ ສື່ສານ ຂອງ ຈີນ ລາຍງານວ່າ ປັດຈຸບັນ, ຈີນ ມີສະຖານີຖານ 5 ຈີ ເກືອບ 3,92 ລ້ານແຫ່ງ (ຄິດໄລ່ເຖິງ ເດືອນມິຖຸນາ ຜ່ານມາ) , ເພີ່ມຂຶ້ນ 5,4 ແສນແຫ່ງ ເມື່ອທຽບໃສ່ ທ້າຍປີກາຍນີ້, ກວມເອົາ 33% ຂອງ ຈຳນວນ ສະຖານີຖານ ໂທລະສັບເຄື່ອນທີ່ ທັງໝົດ ທົ່ວປະເທດ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີ ສື່ສານ ຂອງ ຈີນ ລາຍງານວ່າ ປັດຈຸບັນ, ຈີນ ມີສະຖານີຖານ 5 ຈີ ເກືອບ 3,92 ລ້ານແຫ່ງ (ຄິດໄລ່ເຖິງ ເດືອນມິຖຸນາ ຜ່ານມາ) , ເພີ່ມຂຶ້ນ 5,4 ແສນແຫ່ງ ເມື່ອທຽບໃສ່ ທ້າຍປີກາຍນີ້, ກວມເອົາ 33% ຂອງ ຈຳນວນ ສະຖານີຖານ ໂທລະສັບເຄື່ອນທີ່ ທັງໝົດ ທົ່ວປະເທດ. ໂດຍສະເພາະ ຈຳນວນຜູ້ໃຊ້ ໂທລະສັບມືຖື 5ຈີ ໃນຈີນ ລວມມີ 927 ລ້ານຄົນ, ເພີ່ມຂຶ້ນ 105 ລ້ານຄົນ ແລະ ກວມເອົາ 52,4% ຂອງ ຈຳນວນ ຜູ້ໃຊ້ ໂທລະສັບມືຖື ທັງໝົດຂອງ ຈີນ ເກືອບ 1,78 ຕື້ຄົນ.
ໃນຂະນະທີ່ ກຸ່ມຜູ້ປະກອບທຸລະກິດ ສື່ສານ ຄົມມະນາຄົມ ລາຍໃຫຍ່ ຂອງ ຈີນ ໄດ້ແກ່: ໄຊນ່າ ເທເລຄອມ (China Telecom); ໄຊນ່າ ໂມບາຍ(China Mobile); ໄຊນ່າ ຢູນິຄອມ(China Unicom) ແລະ ໄຊນ່າ ບຣອດເນັດ(China Broadnet). ໂດຍເຄືອຂ່າຍ 5ຈີນ ແລະ ການໃຊ້ງານ ເຄືອຂ່າຍ ດັ່ງກ່າວ ເຊິ່ງການຄ້າຂອງ ຈີນ ໄດ້ມີການ ພັດທະນາ ຢ່າງວ່ອງໄວ ໃນຫລາຍປີ ຜ່ານມາ. ປັດຈຸບັນ ເຄືອຂ່າຍ 5 ຈີ ຂອງຈີນ ຄວບຄຸມໄປຫລາຍແຂວງ ແລະ ຫລາຍຕົວເມືອງ ຢູ່ທົ່ວປະເທດ ກວມເອົາ ຫລາຍກວ່າ 90% ອື່ນໆ. ນອກຈາກນັ້ນ, ຈີນ ຍັງກໍ່ສ້າງໂຮງງານ 5 ຈີ ຈຳນວນ 300 ແຫ່ງ ແລະ ດຳເນີນໂຄງການໝູນໃຊ້ 5 ຈີ ພລັສອີນເຕີເນັດ ອຸດສາຫະກຳ ຫລາຍກວ່າ 13.000 ໂຄງການ ໂດຍການໃຊ້ງານເຄືອຂ່າຍ 5 ຈີ ເຊີງການຄ້າ ເພື່ອຊຸກຍູ້ ຜົນຜະລິດ ທາງດ້ານເສດຖະກິດ ໂດຍກົງໃນຈີນ ປະມານ 5,6 ພັນຕື້ຢວນ ໃນໄລຍະ 5ປີຜ່ານມາ, ທັງນີ້ ຈີນ ຈະສືບຕໍ່ ພັດທະນາ 5 ຈີ ແລະ ຂະຫຍາຍ ການຄວບຄຸມ ຂອງ ເຄືອຂ່າຍ 5 ຈີ ໄປຍັງ ສະຖານທີ່ຕ່າງເຊັ່ນ: ແຫລ່ງວັດທະນະທຳ, ການທ່ອງທ່ຽວ, ມະຫາວິທະຍາໄລ, ສູນການຂົນສົ່ງ, ລະບົບລົດໄຟໃຕ້ດິນ ແລະ ອື່ນໆ./.
KPL