ສາລະວັນ ຫາລືຈັດສັບປະດາອະນາໄມ ກຽມປະກາດແຂວງຢຸດຕິການຖ່າຍຊະຊາຍ

04/03/2024 15:41
Email Print 83
KPL - Asean 2024 ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ສາລະ​ວັນ ​ໃຫ້​ຮູ້​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ແຂວງສາລະວັນ ປະກາດຈັດສັບປະດາອະນາໄມໃນຂອບເຂດ 8 ຕົວເມືອງ ເພື່ອຮອງຮັບໃຫ້ແກ່ການກະກຽມ ປະກາດແຂວງສາລະວັນ ເປັນແຂວງຢຸດຕິການຖ່າຍຊະຊາຍ ແຂວງທີ 7 ຂອງທົ່ວປະເທດ

 

ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ສາລະ​ວັນ ​ໃຫ້​ຮູ້​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ແຂວງສາລະວັນ ປະກາດຈັດສັບປະດາອະນາໄມໃນຂອບເຂດ 8 ຕົວເມືອງ ເພື່ອຮອງຮັບໃຫ້ແກ່ການກະກຽມ ປະກາດແຂວງສາລະວັນ ເປັນແຂວງຢຸດຕິການຖ່າຍຊະຊາຍ ແຂວງທີ 7 ຂອງທົ່ວປະເທດ ເຊິ່ງເປັນເຫດການທີ່ສຳຄັນ ແລະ ເປັນປະຫວັດສາດຂອງແຂວງ ​ໂດຍຈະຈັດຂຶ້ນໃນລະຫວ່າງວັນທີ 12-13 ມີນາ ນີ້. ທັງ​ນີ້ ກໍ​ເພື່ອຄວາມເປັນລະ ບຽບຮຽບຮ້ອຍ, ຄວາມສະຫງົບ, ປອດໄພ, ຄວາມສະອາດ ແນໃສ່ເຮັດໃຫ້ການຈັດງານດັ່ງກ່າວ ຕິດພັນກັບການທ່ອງທ່ຽວ ເນື່ອງໃນໂອກາດປີທ່ອງທ່ຽວລາວ 2024.

ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ຜູ້ຊີ້ນຳວຽກງານວັດທະນະທໍາ-ສັງຄົມ ໄດ້ກ່າວວ່າ: ສັງຄົມທຸກພາກສ່ວນພາຍໃນແຂວງ ຕ້ອງເອົາໃຈໃສ່ຢ່າງເປັນເຈົ້າການ, ໃນການຮັກສາຄວາມສະອາດ, ການອະນາໄມຕາມສະຖານທີ່ຕ່າງໆ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ປະດັບປະດາເອ້ຍ້ອງໃຫ້ມີຫລາຍສີສັນ ​ເຊິ່ງຖືເປັນບາດກ້າວໜຶ່ງທີ່ສຳຄັນ, ເປັນຜົນສຳເລັດຂອງອົງການປົກຄອງແຂວງ, ຂະແໜງການຕ່າງໆທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນພາຍ​ໃນແຂວງສາລະວັນ ທີ່ໄດ້ຍົກລະດັບຊີວິດການເປັນຢູ່ດີຂຶ້ນ, ສາມາດປ້ອງກັນການແພ່ລະບາດພະຍາດຈາກການຖ່າຍຊະຊາຍ, ມີນ້ຳໃຊ້, ນ້ຳດື່ມທີ່ສະອາດ, ຖືກຕາມຫລັກອະນາ ໄມ ແລະ ສາມາດປະກາດບ້ານ, ປະກາດ 8 ຕົວເມືອງ ຢຸດຕິການຖ່າຍຊະຊາຍ, ເປັນແບບຢ່າງດ້ານສາທາລະ ນະສຸກ.            ​ໂອກາດ​ນີ້, ຜູ້​ເຂົ້າ​ຮ່ວມໄດ້ມີການຄົ້ນຄວ້າ, ປະກອບຄຳຄິດເຫັນ ແລະ ເປັນເອກະພາບກັນ ມອບຄວາມຮັບຜິດຊອບໃຫ້ອົງການປົກຄອງເມືອງ, ອຳນາດການປົກຄອງບ້ານ ແລະ ພະແນກການ, ອົງການທຽບເທົ່າຕ່າງໆອ້ອມຂ້າງແຂວງ ເອົາໃຈໃສ່ຢ່າງເປັນເຈົ້າການຮັກສາຄວາມສະອາດ ໂດຍສະເພາະຕາມຂອບເຂດເສັ້ນທາງຫລວງແຫ່ງຊາດ, ເສັ້ນທາງເລກທີ 13 ໃຕ້, ເລກທີ 20 ແລະ ເສັ້ນທາງຫລວງຂອງແຂວງ, ເມືອງ, ເຂດເຊື່ອມຕໍ່ຕ່າງໆ, ປະດັບປະດາຕິດທຸງຊາດ-ທຸງພັກ ຕາມສຳນັກງານ, ຫ້ອງການ, ບໍລິສັດຫ້າງຮ້ານ, ບ້ານເຮືອນປະຊາຊົນ, ຕິດປ້າຍຢາຍຄຳຂວັນ.
  ສຳລັບເມືອງສາລະວັນ ແມ່ນໃຫ້ເອົາໃຈໃສ່ເປັນພິເສດ ໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຕົບແຕ່ງສວນສາທາລະນະໃນຈຸດຕ່າງໆ ນັບແຕ່ວັນທີ 4 ມີນາ 2024 ຈົນເຖິງມື້ຈັດງານປະກາດຢ່າງເປັນທາງການ. ນອກນັ້ນ, ກໍໄດ້ຂະແໜງການຕ່າງໆ ເອົາໃຈໃສ່ປະຕິບັດໜ້າທີ່ຄວາມຮັບຜິດຊອບ ເປັນຕົ້ນ ລະບົບໄຟຟ້າ, ໄຟເຍືອງທາງ, ໄຟປະດັບປະດາ ແລະ ລະບົບສາຍໄຟ, ສາຍໂທລະສັບ, ອິນເຕີເນັດໃຫ້ມີຄວາມເປັນລະບຽບ, ເອົາໃຈໃສ່ຕິດຕາມເບິ່ງສະຖານທີ່ຕ່າງໆ ທີ່ຍັງບໍ່ທັນເປັນລະບຽບຮຽບຮ້ອຍ, ສຸມໃສ່ສ້າງຂະບວນການອະນາໄມ ໃຫ້ຄືນຄື້ນ ຄຽງຄູ່ກັບການເອົາໃຈໃສ່ປະຊາສຳພັນ,​ ໂຄສະນາໃຫ້ທຸກຄົນທຸກພາກສ່ວນໃນສັງ ຄົມ ໄດ້ຮັບຮູ້ເຂົ້າໃຈ ແລະ ເປັນເຈົ້າການຕໍ່ວຽກງານດັ່ງກ່າວນີ້.

ຂ່າວ-ພາບ:  ວິໄລວອນ ສິດທິໄຊ
KPL