ເກີດເຫດເຮືອບິນ ໂດຍສານຕໍາກັບ ເຮລິກົບແຕ ຢູ່ ສ.ອາເມລິກາ ເສຍຊີວິດເກືອບ 30 ຄົນ

01/02/2025 00:09
Email Print 83
KPL - Asean 2024 ທ່ານ ຈອນ ດອນເນລລີ ຜູ້ອຳນວຍການ ສຳນັກງານດັບເພີງ ແລະ ຈັດການ ສະຖານະການ ສຸກເສີນ ໃນນະຄອນຫລວງ ວໍຊິງຕັນ ຖະແຫລງວ່າ: ເຈົ້າໜ້າທີ່ ພົບຮ່າງ ຜູ້ເສຍຊີວິດ 28 ຄົນ ໃນນີ້ແບ່ງເປັນ ເຮືອບິນ ໂດຍສານ 27 ຄົນ

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ປະເທດ .ອາເມລິກາ,  ທ່ານ ຈອນ ດອນເນລລີ ຜູ້ອຳນວຍການສຳນັກງານດັບເພີແລະ ຈັດການ ສະຖານະການສຸກເສີນໃນນະຄອນຫລວງ ວໍຊິງຕັນ ຖະແຫລງວ່າ: ​ເຈົ້າໜ້າທີ່ ພົບຮ່າງ ຜູ້ເສຍຊີວິດ 28 ຄົນໃນນີ້ແບ່ງເປັນເຮືອບິນ ໂດຍສານ 27 ຄົນແລະ ແຮລິກົບແຕ້ 1 ຄົນ ຈາກ ເຫດການເຮືອບິນໂດຍສານ ບອມບາເດຍຣ ຊີອາຣເຈ-700 ຂອງ ອາເມລິກາແອຣລາຍ ຕຳກັບ​​ ແຮລິກົບແຕ້ແບລກຮອກ ຂອງ ກອງທັບ ສະຫະລັດຢູ່ແມ່ນໍ້າ ໂພໂທ​​ແມໃນນະຄອນຫລວງ ວໍຊິງຕັນ.

          ໂດຍຖ້ຽວບິນອາເມລິກາ ອີເກີເດີນທາງ ມາຈາກເມືອງ ວິຊີຕາໃນລັດແຄນຊັສ ເພື່ອມຸ້ງໜ້າໄປຍັງ ນະຄອນ ຫລວງ ວໍຊິງຕັນ ພ້ອມທັງ ຜູ້ໂດຍສານ 60 ຄົນແລະ ຈຸບັນ 4 ຄົນ, ສ່ວນ​​ເຮລິກົບແຕ້ແບລກຮວກຂອງກອງທັບສະຫະລັດ ມີເຈົ້າໜ້າທີ່ 3 ຄົນ ຢູ່ລະຫວ່າງການຝຶກຊ້ອມຊຶ່ງເດີນທາງມາຈາກ ຄ້າຍທະຫານ ຟອດຣເບລວໍຣໃນລັດເວີຣຈີເນຍ. ຂະນະທີ່ ສະພາບ ອາກາດໜາວເຢັນ​ ​ແລະ ການໄຫລ ຂອງ ກະແສນໍ້າໃນແມ່ນໍ້າໂພໂທແມ ເປັນອຸປະສັກສຳຄັນໃນການຄົ້ນຫາ. /

KPL