ສິງກະໂປ ຈະທົດລອງລົດໂດຍສານ ອັດຕະໂນມັດໃນກາງປີ 2026
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ສຳນັກງານຂົນສົ່ງ ທາງບົກຂອງ ສິງກະໂປ ປະກາດເຊີນຊວນຜູ້ປະກອບການ ໃນຂະແໜງ ອຸດສາຫະກຳ ໃຫ້ສົ່ງຂໍ້ສະເໜີ ສຳລັບ ໂຄງການ ທົດລອງ ລົດໂດຍສານປະຈຳທາງ ອັດຕະໂນມັດ ໂດຍມີ ເປົ້າໝາຍ ເລີ່ມທົດລອງ ໃຫ້ບໍລິການ ໃນໄລຍະ 3 ປີ, ຕາມເສັ້ນທາງ ທີ່ກຳນົດໄວ້ 2 ເສັ້ນທາງ ຊຶ່ງຈະເລີ່ມ ໃນໄລຍະກາງ ປີ 2026.
ເບື້ອງຕົ້ນ ຈະເລີ່ມດ້ວຍ ລົດໂດຍສານ ຈຳນວນ 6 ຄັນ ແຕ່ລະຄັນມີ ຢ່າງໜ້ອຍ 16 ບ່ອນນັ່ງ ແລະ ເລືອກໃຊ້ເສັ້ນທາງ ທີ່ມີ ໄລຍະສັ້ນ ແລະ ສັນຈອນງ່າຍ, ໂຄງການ ດັ່ງກ່າວ ມີເປົ້າໝາຍປະເມີນ ຄວາມເປັນໄປໄດ້ ທາງດ້ານເຕັກນິກ ແລະ ການສຶກສາ ຂໍ້ມູນລົງເລິກ ກ່ຽວກັບ ການດຳເນີນງານ ຂອງ ຍານພາຫະນະ ປະເພດນີ້ ທັງໃນລະດັບໃຫ້ບໍລິການ ແຕ່ລະຄັນ ແລະ ເປັນກຸ່ມ.
ໃນໄລຍະທຳອິດ ຈະມີ ພະນັກງານ ຂັບລົດ ປະຈຳທາງ ຢູ່ເທິງລົດໂດຍສານ ອັດຕະໂນມັດ ເພື່ອຕິດຕາມ ການປະຕິບັດ ຕາມຂໍ້ກຳນົດ ດ້ານຄວາມປອດໄພ ເຊັ່ນ: ການຮັບ ແລະ ສົ່ງຜູ້ໂດຍສານ ຢ່າງປອດໄພ ຕາມຈຸດຈອດ ທີ່ ກຳນົດ, ເຊິ່ງຜູ້ໂດຍສານ ຈະຕ້ອງນັ່ງ ແລະ ຂັດເຂັມຂັດ ນິລະໄພ ຕະຫລອດ ການເດີນທາງ ແລະ ອາດຈະມີ ເຈົ້າໜ້າທີ່ບໍລິການ ລູກຄ້າປະຈຳ ເພື່ອຊ່ວຍເຫລືອ ຜູ້ໂດຍສານ ຕ້ອງການ ຄວາມຊ່ວຍເຫລືອ.
ເມື່ອຍານພາຫະນະ ດັ່ງກ່າວ ສະແດງ ໃຫ້ເຫັນວ່າ ສາມາດຂັບເຄື່ອນ ອັດຕະໂນມັດ ແລະ ມີການຄວບຄຸມ ຈາກໄລຍະໄກ ທີ່ໜ້າເຊື່ອຖືໄດ້ແລ້ວ ເຈົ້າໜ້າທີ່ ເບິ່ງແຍງຄວາມປອດໄພ ຈາກໄລຍະໄກ ຈະມາດຳເນີນງານ ແທນ ພະນັກງານຂັບລົດ, ໃນຂະນະທີ່ ສຳນັກງານ ຈະຕິດຕາມ ການເຮັດວຽກ ຂອງ ລົດໂດຍສານ ແບບຕົວຈິງ ຕະຫລອດໄລຍະ ການທົດລອງ ເພື່ອປະເມີນ ປະສິດທິພາບ ແລະ ຄວາມສອດຄ່ອງ ກັບ ຂໍ້ກຳນົດຕ່າງໆ./