ກາຊັກສະຖານ ຈະຂຸດເຈາະນໍ້າມັນ ຈາກຊັ້ນຫິນດິນດານ ຄັ້ງທຳອິດໃນທ້າຍປີນີ້
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ອັດສະຕານາ ປະເທດ ກາຊັກສະຖານ ເມື່ອບໍ່ດົນມານີ້, ທ່ານ ອໍຈັສ ເບດເຕນອບ ນາຍົກ ລັດຖະມົນຕີ ກາຊັກສະຖານ ປະກາດ ການຜະລິດ ນໍ້າມັນຈາກຊັ້ນຫີນດິນດານ ຈະເລີ່ມຕົ້ນ ເປັນຄັ້ງທຳອິດ ໃນ ທ້າຍປີນີ້.
ໃນຂະນະທີ່ ທ່ານ ຄາສຊິມ ໂຈມາຣ-ໂທຄາເຢບ ປະທານາທິບໍດີ ກາຊັກສະຖານ ອະທິບາຍວ່າ ປະເທດນີ້ ຈຳເປັນຕ້ອງໃຊ້ປະໂຫຍດ ຈາກແຫລ່ງນໍ້າມັນ ທີ່ມີ ຄວາມຊັບຊ້ອນ ທາງດ້ານເຕັກໂນໂລຊີ ລວມເຖິງ ແຫລ່ງນໍ້າມັນສຳຮອງ ຊັ້ນຫີນ ດິນດານ ຈຳນວນຫລາຍ . ໂດຍຄວາມຈຳເປັນ ຂອງ ການຜະລິດນໍ້າມັນ ຈາກ ຊັ້ນຫີນດິນດານ ເນື່ອງຈາກ ເສດຖະກິດ ຂອງ ປະເທດ ຍັງເຕີບໂຕບໍ່ພຽງພໍ. ເມື່ອປີກາຍ ລວມຍອດຜະລິດ ຕະພັນພາຍ ໃນປະເທດ (ຈີດີພີ) ຂະຫຍາຍຕົວພຽງແຕ່ 4,8% , ໃນຂະນະທີ່ ເງິນ ເທງເກ ຊຶ່ງເປັນ ສະກຸນເງິນ ທ້ອງຖິ່ນ ພວມອ່ອນຄ່າ ເມື່ອທຽບກັບເງິນ ໂດລາສະຫະລັດ.
ຜູ້ນຳ ກາຊັກສະຖານ ຮຽກຮ້ອງໃຫ້ມີການ ລົງທຶນຈາກ ຕ່າງປະເທດຫລາຍຂຶ້ນ ໃນພາກສ່ວນພະລັງງານ ແລະ ໂລຫະຫາຍາກ ລວມເຖິງ ການ ຮ່າງຂໍ້ຕົກລົງ ແບ່ງປັນຜົນຜະລິດ ທີ່ມີຢູ່ໃໝ່ ໂດຍມີເງື່ອນໄຂ ທີ່ເອື້ອອຳນວຍ ຕໍ່ປະເທດ ກາຊັກສະຖານ ຫລາຍຂຶ້ນ.