ອິນເດຍ ມີຜູ້ເສຍຊີວິດ ຈາກເຫດຢຽບກັນ ໃນເທດສະການ ຮິນດູ 30 ຄົນ
Email
Print
83
KPL - Asean 2024
ເຈົ້າໜ້າທີ່ ທາງການ ອິນເດຍ ເປີດເຜີຍວ່າ: ຈຳນວນ ຜູ້ເສຍຊີວິດ ຈາກ ເຫດຄວາມບໍ່ສະຫງົບ ທີ່ເກີດຂຶ້ນ ໃນລະຫວ່າງ ເທດສະການ ມະຫາກຸມພະ ເມລາ ຂອງຊາວຮິນດູ ໃນລັດອຸດຕະຣະປະເທດ ທາງພາກເໜືອ ຂອງ ອິນເດຍ ເພີ່ມຂຶ້ນເປັນ ຢ່າງໜ້ອຍ 30 ຄົນ ແລະ ບາດເຈັບ 60 ຄົນ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 30 ມັງກອນ, ເຈົ້າໜ້າທີ່ ທາງການ ອິນເດຍ ເປີດເຜີຍວ່າ: ຈຳນວນ ຜູ້ເສຍຊີວິດ ຈາກ ເຫດຄວາມບໍ່ສະຫງົບ ທີ່ເກີດຂຶ້ນ ໃນລະຫວ່າງ ເທດສະການ ມະຫາກຸມພະ ເມລາ ຂອງຊາວຮິນດູ ໃນລັດອຸດຕະຣະປະເທດ ທາງພາກເໜືອ ຂອງ ອິນເດຍ ເພີ່ມຂຶ້ນເປັນ ຢ່າງໜ້ອຍ 30 ຄົນ ແລະ ບາດເຈັບ 60 ຄົນ. ເຫດການເກີດຂຶ້ນ ຫລັງຈາກ ຮົ້ວກັ້ນເປ່ເພ ເນື່ອງຈາກ ບັນດາຜູ້ ສັດທານັບໝື່ນຄົນ ແຫ່ເຂົ້າໄປຍັງບໍລິເວນ ຕຣີເວນີ ສັງຄັມ (Triveni Sangam) ເພື່ອເຂົ້າຮ່ວມພິທີ ອາບນໍ້າລ້າງບາບ ໃນເມືອງປຣະຍາຄະຣາຊ ຫ່າງຈາກເມືອງ ລັກເນົາ ເມືອງເອກ ຂອງ ລັດ ອຸຕະຣະປະເທດ ໄປທາງໃຕ້ປະມານ 196 ກິໂລແມັດ. ປັດຈຸບັນ ເຈົ້າໜ້າທີ່ ພວມເລັ່ງໃຫ້ການຊ່ວຍເຫລືອ ຜູ້ບາດເຈັບດັ່ງກ່າວ./