ມາເລເຊຍ-ກຳປູເຈຍ ເລັ່ງເພີ່ມຄວາມຮ່ວມມືທາງເສດຖະກິດ

28/02/2024 18:09
Email Print 83
KPL - Asean 2024 ທ່ານ ອັນວາຣ ອິບຣາຮີມ ນາຍົກລັດ ຖະມົນຕີ ມາເລເຊຍ ກ່າວວ່: ມາເລເຊຍ ແລະ ກຳປູເຈຍ ເຫັນດີ ເລັ່ງເພີ່ມຄວາມ ກ້າວໜ້າຂອງ ຄວາມຮ່ວມມື ທະວີພາຄີ ໃນຫລາຍພາກສ່ວນ ຜ່ານຄະນະ ກຳມະທິການຮ່ວມ ເພື່ອຄວາມຮ່ວມມື ທະວີພາຄີ (JCBC).

ຂປລ.ສຳນັກ​ຂ່າວ ຊິນ​ຮວາ​ຂອງ ສປຈີນ, ວັນ​ທີ 27 ກຸມພາ, ທ່ານ ອັນ​ວາຣ ອິບຣາຮີມ ນາຍົກລັດ ຖະມົນຕີ ມາ​ເລ​ເຊຍ ກ່າວ​ວ່: ມາ​ເລ​ເຊຍ ​ແລະ ກຳປູ​ເຈຍ ​ເຫັນ​ດີ ​ເລັ່ງ​ເພີ່ມຄວາມ ​ກ້າວໜ້າ​ຂອງ ​ຄວາມ​ຮ່ວມ​ມື ທະວີ​ພາຄີ ​ໃນ​ຫລາຍ​ພາກສ່ວນ  ຜ່ານ​ຄະນະ​ ກຳ​ມະ​ທິການ​ຮ່ວມ ​ເພື່ອ​ຄວາມ​ຮ່ວມ​ມື ທະວີ​ພາຄີ (JCBC).

          ໃນ​ລະຫວ່າງ​ ການ​ຖະ​ແຫລ​ງຂ່າວ ຮ່ວມ​ກັບ​ທ່ານ ຮຸນ​ມາ​ເນ​ດ ນາຍົກລັດ ຖະມົນຕີ ກຳປູ​ເຈຍ ທີ່​ເມືອງ ປຸຕຣາຈາ​ຍາ ສູນ​ກາງ​ ການ​ບໍລິຫານ​ຂອງ ມາ​ເລ​ເຊຍ ວ່າ: ທັງ​ສອງ​ຝ່າຍ ຍັງ​ຄົງ​ມີ ​ຂີດຄວາມສາມາດ ຢ່າງ​ຫລວງຫລາຍ ​ໃນ​ການ​ສົ່ງ​ເສີມ ການ​ຄ້າ ​ແລະ ການ​ລົງທຶນ ລະຫວ່າງ ​​ສອງ​ປະ​ເທດ.

          ກ່ອນ​ໜ້ານີ້ ນາຍົກ ລັດຖະມົນຕີ ທັງ​ສອງ​ປະ​ເທດ ​ໄດ້​ຈັດ ​ກອງ​ປະຊຸມ ທະວີ​ພາຄີ ​ແລະ ​ເປັນ​ສັກຂີ​ພະຍານ ການ​ແລກປ່ຽນ ບົດ​ບັນທຶກ ​ຄວາມ​ເຂົ້າ​ໃຈ ວ່າ​ດ້ວຍ​ ຄວາມ​ຮ່ວມ​ມື ດ້ານ​ນະ​ວັດຕະ​ກຳ ທາງ​ການ​ເງິນ ​ແລະ ລະບົບ ​ການ​ຊໍາລະ​ເງິນ ລະຫວ່າງ ທະນາຄານ​ກາງ ຂອງ​ມາ​ເລ​ເຊຍ ​ແລະ ທະນາຄານ​ ແຫ່ງ​ປະ​ເ​ທດ ກຳປູ​ເຈຍ./.
KPL