ເປີດງານ ຫອມກິ່ນລາວເດີມ ສືບສານມໍລະດົກວັດທະນະທຳສົ່ງເສີມສິນຄ້າ ແລະ ອາຫານທ້ອງຖິ່ນ
ງານ “ຫອມກິ່ນລາວເດີມ” ເປັນກິດຈະກຳທີ່ເນັ້ນໃສ່ການອະນຸລັກ, ສືບສານ ແລະ ເຜີຍແຜ່ສິລະປະວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາວລາວ ໂດຍສະເພາະມໍລະດົກທາງວັດທະນະທຳຂອງປະຊາຊົນແຂວງຈຳປາສັກ ໃຫ້ຄົງຢູ່ ແລະ ສືບທອດໄປສູ່ຄົນຮຸ່ນໃໝ່. ຕະຫຼອດໄລຍະຜ່ານມາ, ພັກ ແລະ ລັດ ກໍຄື ອົງການປົກຄອງແຂວງຈຳປາສັກ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ໂດຍສະເພາະການສົ່ງເສີມວັດທະນະທຳທ້ອງຖິ່ນໃຫ້ກາຍເປັນທຶນທາງສັງຄົມ ແລະ ທຶນທາງເສດຖະກິດ ທີ່ສາມາດສ້າງມູນຄ່າເພີ່ມໃຫ້ແກ່ຊຸມຊົນ.
ສຳລັບງານໃນປີນີ້ ໄດ້ມີການນຳເອົາເອກະລັກທາງວັດທະນະທຳຂອງປະຊາຊົນບັນດາເຜົ່າແຂວງຈຳປາສັກ ມາຈັດສະແດງຢ່າງຫຼາກຫຼາຍ ທັງດ້ານການນຸ່ງຖື, ວິຖີຊີວິດ, ສິລະປະການສະແດງ, ຫັດຖະກຳ, ການປຸງແຕ່ງອາຫານ ແລະ ຜະລິດຕະພັນທ້ອງຖິ່ນ. ນອກນີ້, ຍັງມີການຈັດສະແດງສິນຄ້າໂອທັອບ ແລະ ໂອດັອບ, ຮ້ານຈຳໜ່າຍອາຫານພື້ນເມືອງ, ການຕົບແຕ່ງສະຖານທີ່ດ້ວຍສັນຍະລັກທາງວັດທະນະທຳລາວ ເຊັ່ນ: ແຄນ ແລະ ຕິບເຂົ້າຂະໜາດໃຫຍ່ ເພື່ອສ້າງຈຸດດຶງດູດໃຫ້ແກ່ຜູ້ມາຢ້ຽມຊົມ. ນອກຈາກການອະນຸລັກວັດທະນະທຳແລ້ວ, ງານດັ່ງກ່າວຍັງເປັນເວທີສຳຄັນໃນການສົ່ງເສີມການຈຳໜ່າຍສິນຄ້າ, ສ້າງໂອກາດທາງການຄ້າ, ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ຜູ້ປະກອບການ, ຊ່າງຫັດຖະກຳ ແລະ ປະຊາຊົນໃນທ້ອງຖິ່ນ ພ້ອມທັງຊ່ວຍໂຄສະນາປະຊາສຳພັນແຫຼ່ງທ່ອງທ່ຽວ, ສ້າງສີສັນໃຫ້ແກ່ກິດຈະກຳການທ່ອງທ່ຽວຂອງແຂວງ ແລະ ຊຸກຍູ້ຂະບວນການ “ລາວທ່ຽວລາວ” ແລະ ຍັງເປັນການສ້າງບັນຍາກາດຟົດຟື້ນ ແລະ ຂະບວນການແຂ່ງຂັນສ້າງຜົນງານອັນດີງາມ ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 51 ປີ ທີ່ຈະມາເຖິງນີ້ຕື່ມອີກ.
ກິດຈະກຳພາຍໃນງານ ໄດ້ມີການປະກວດດົນຕີພື້ນເມືອງ, ຟ້ອນສິລະປະ, ການເດີນແບບຊຸດອາພອນຊົນເຜົ່າ ແລະ ກິດຈະກຳທາງສິລະປະ-ວັດທະນະທຳອື່ນໆ ທີ່ສະທ້ອນໃຫ້ເຫັນເຖິງເອກະລັກອັນດີງາມຂອງລາວ.
ຂ່າວ-ພາບ: ຈັນທະວີສັກ
