ທ່ານ ໂຕເລິມ ພົບປະກັບ ປະທານາທິບໍດີ ສ.ອາເມລິກາ

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ວັນທີ 19 ພະຈິກ, ໃນໂອກາດເຂົ້າຮ່ວມ ສັບປະດາຂັ້ນສູງ ເວທີປາໄສ ຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ (APEC) 2026 ຢູ່ ເຊິນເຈິນ ປະເທດ ຈີນ, ທ່ານ ໂຕເລິມ ເລຂາທິການໃຫ່ຍ ປະທານປະເທດ ຫວຽດນາມ ໄດ້ພົບປະກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ.ໃນໂອກາດນີ້ ທ່ານ ໂຕເລິມ ເລຂາທິການ ໃຫ່ຍ ປະທານປະເທດ ຫວຽດນາມ ໄດ້ຕີລາຄາບົດບາດຂອງ ສ.ອາເມລິກາ ໃນ APEC, ສະເໜີໃຫ້ ສ.ອາເມລິກາ ສະໜັບສະໜູນ ສສ ຫວຽດນາມ ຈັດປີ APEC 2027ສຳເລັດຜົນ; ທ່ານ ໂຕເລິມ ໄດ້ເປັນກຽດເຊີນ ປະທານາທິບໍ ໂດນັນ ທຣຳ ມາຢ້ຽມຢາມ ສສ ຫວຽດນາມ ແລະ ເຂົ້າຮ່ວມ ສັບປະດາຂັ້ນສູງ APEC 2027 ຢູ່ ຝູກວັກ, ພ້ອມທັງ ຢືນຢັນວ່າ: ສ.ອາເມລິກາ ແມ່ນໜຶ່ງ ໃນບັນດາຄູ່ຮ່ວມມື ທີ່ສຳຄັນ ຍຸດທະສາດຂອງ ສສ ຫວຽດນາມ ພ້ອມທັງ ໄດ້ຕີລາຄາສູງ ບົດບາດ ແລະ ບັນດາ ການປະກອບສ່ວນ ຂອງປະທານາທິບໍດີ ໂດນັນ ທຣຳ ຕໍ່ການພົວພັນ ລະຫວ່າງ ສອງປະເທດ. ທ່ານ ເລຂາທິການໃຫ່ຍ ປະທານປະເທດ ໂຕເລິມ ສະເໜີໃຫ້ ສອງປະເທດ ສືບຕໍ່ເພີ່ມທະວີ ການແລກປ່ຽນ, ສົມທົບກັນ ຜັນຂະຫຍາຍ ຂອບເຂດ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ຢ່າງມີປະສິດທິຜົນ. ສ່ວນ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ເຫັນດີກັບ ບັນດາຄຳເຫັນ ຂອງທ່ານ ເລຂາທິການໃຫ່ຍ ປະທານປະເທດ ໂຕເລິມ, ຊົມເຊີຍ ສສ ຫວຽດນາມ ຮັບບົດບາດ ປະທານ APEC 2027; ແລະ ຕີລາຄາ ບັນດາໝາກຜົນ ທີ່ສອງປະເທດ ບັນລຸໄດ້ ໃນໄລຍະຜ່ານມາ ແລະ ທິດທາງຊຸກຍູ້ ການຮ່ວມມື ໃນໄລຍະຈະມາເຖິງ, ທ່ານ ໂດນັນ ທຣຳ ຢືນຢັນວ່າ: ສ.ອາເມລິກາ ຖືການພົວພັນກັບ ສສ ຫວຽດນາມ ເປັນສຳຄັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
