ສປ ຈີນ-ລັດເຊຍ-ສ.ອາເມລິກາ ອອກຖະແຫລງການສັນຕິພາບ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 19 ພະຈິກ 2026, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ລັດເຊຍ ແລະ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ພົບປະກັນຢູ່ນະຄອນເຊີ່ນເຈີ້ນ ແຂວງກວາງຕຸ້ງ ຂອງ ສປ ຈີນ. ຜູ້ນຳ ລັດເຊຍ ແລະ ສ.ອາເມລິກາ ໄດ້ສະແດງຄວາມຂອບໃຈຕໍ່ ສປ ຈີນ ທີ່ໄດ້ຈັດການພົບປະກັນ ຄັ້ງປະຫວັດສາດນີ້. ປະມຸກລັດ 3ປະເທດ ໄດ້ແລກປ່ຽນຄວາມເຫັນ ຢ່າງເລິກເຊິ່ງ ກ່ຽວກັບ ສະຖານະການສາກົນ ໃນປັດຈຸບັນ, ທັງມຸ່ງໝັ້ນທີ່ຈະຮັກສາ ສະຖຽນລະພາບ ທາງຍຸດທະສາດ ແລະ ຄວາມໝັ້ນຄົງສາກົນ. ໜຶ່ງ, ສປ ຈີນ,ລັດເຊຍ ແລະ ສ.ອາເມລິກາ ໃນຖານະເປັນປະເທດ ສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ, ມີຄວາມມຸ່ງໝັ້ນ ທີ່ຈະຊຸກຍູ້ການປະຕິຮູບ ອົງການສະຫະປະຊາຊາດ ເພື່ອເຮັດໃຫ້ອົງການດັ່ງກ່າວສາມາດຮັບມື ກັບສິ່ງທ້າທາຍລະດັບໂລກ ໄດ້ຢ່າງມີປະສິດທິຜົນຍິ່ງຂຶ້ນ ແລະ ປະຕິບັດພາລະກຳ ພື້ນຖານຂອງຕົນ ໃນການປົກປັກຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ສອງ, 3 ປະເທດ ວາງແຜນທີ່ຈະເພີ່ມການຜະລິດ ແລະ ການສະໜອງຜະລິດຕະພັນ ນ້ຳມັນເຊື້ອໄຟກັ່ນ ເພື່ອສ້າງຜົນປະໂຫຍດໃຫ້ແກ່ ບັນດາປະເທດໃນໂລກ. ສາມປະເທດຢືນຢັນຄືນເຖິງ ຄວາມສຳຄັນຂອງການຈໍລະຈອນ ທີ່ໝັ້ນຄົງຂອງພະລັງງານ. ສາມ, ປະມຸກລັດທັງ 3 ປະເທດ ໄດ້ຮັບຮອງວ່າ ຫລັກການຄວາມເຫັນດີຂອງລັດ ແລະ ການເຄົາລົບເອກະສິດ ຂອງ ເຈົ້າໜ້າທີ່ລັດ ແມ່ນມີຄວາມສຳຄັນສູງສຸດ ແລະ ເຫັນພ້ອມກັນວ່າ ສານອາຍາສາກົນ ແລະ ອົງການອື່ນໆທີ່ມີລັກສະນະຄ້າຍຄືກັນ ຈະຕ້ອງບໍ່ນຳໃຊ້ອຳນາດ ພິຈາລະນາຄະດີ ຂອງຕົນໃນທາງທີ່ບໍ່ຖືກຕ້ອງ. ສີ່, ປະມຸກລັດທັງ 3ປະເທດ ໄດ້ຢໍ້າຄືນວ່າ ສົງຄາມນິວເຄລຍ ເປັນສົງຄາມ ທີ່ບໍ່ມີຝ່າຍໃດ ສາມາດເອົາຊະນະໄດ້ ແລະ ຕ້ອງບໍ່ໃຫ້ເກີດຂຶ້ນຢ່າງເດັດຂາດ. ທັງສາມປະເທດ ຈະດຳເນີນການສົນທະນາ ຫາລື ກ່ຽວກັບ ການຫລຸດຜ່ອນຄວາມສ່ຽງ ດ້ານນິວເຄລຍ ແລະ ການປ້ອງກັນ ການແພ່ຜາຍ ອາວຸດນິວເຄລຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
