ລົງນາມສັນຍາພັດທະນາໂຄງການໄຟຟ້າລົມ ວິລະອາດສະພອນ ຂະໜາດ 1.275 ເມກາວັດ ຢູ່ສະຫວັນນະເຂດ
![]()
ພິທີລົງນາມຈັດຂຶ້ນໃນວັນທີ 17 ພະຈິກ 2026 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ.
ພິທີລົງນາມຈັດຂຶ້ນໃນວັນທີ 17 ພະຈິກ 2026 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ນາງ ພອນວັນ ອຸທະວົງ ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ພ້ອມດ້ວຍຜູ້ຕາງໜ້າຈາກລັດຖະບານ, ສະພາແຫ່ງຊາດ, ບັນດາກະຊວງ, ຄະ ນະກຳມະການ, ກົມກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
![]()
ທ່ານ ຄໍາສະຫວາດ ບຸນວິໄລ ຜູ້ອຳນວຍການ ບໍລິສັດ ນາແສງວາໂຍ ລົງທຶນ ແລະ ພັດທະນາຊັບພະຍາກອນທົດແທນ ຈຳກັດ .
ທ່ານ ຄໍາສະຫວາດ ບຸນວິໄລ ຜູ້ອຳນວຍການ ບໍລິສັດ ນາແສງວາໂຍ ລົງທຶນ ແລະ ພັດທະນາຊັບພະຍາກອນທົດແທນ ຈຳກັດ ໄດ້ກ່າວວ່າ: ສັນຍາ PDA ສະບັບນີ້ເປັນການສືບຕໍ່ຈາກບົດບັນທຶກຄວາມເຂົ້າໃຈ (MOU) ທີ່ລົງນາມໃນວັນທີ 13 ພະຈິກ 2023 ໂດຍກຳນົດກອບການຮ່ວມມືໃນການສຶກສາ ແລະ ກະກຽມພັດທະນາໂຄງການເປັນເວລາ 24 ເດືອນ ນັບແຕ່ວັນລົງນາມ ເພື່ອເປັນພື້ນຖານສຳລັບການຕັດສິນໃຈລົງທຶນໃນຂັ້ນຕໍ່ໄປ. ໂຄງການມີພື້ນທີ່ສຶກສາຢູ່ 3 ເມືອງ ຄື: ເມືອງວິລະບູລີ, ເມືອງອາດສະພອນ ແລະ ເມືອງພີນ ໂດຍມີກຳລັງການຕິດຕັ້ງລວມທີ່ຄາດໄວ້ປະມານ 1.275 ເມກາວັດ. ຂະໜາດ ແລະ ທີ່ຕັ້ງຂອງສິ່ງປຸກສ້າງຈະກຳນົດຕາມຜົນການປະເມີນຊັບພະຍາກອນລົມ, ສະພາບພື້ນທີ່, ຂໍ້ກຳນົດດ້ານສິ່ງແວດລ້ອມ-ສັງຄົມ ແລະ ຄວາມສາມາດໃນການເຊື່ອມຕໍ່ ແລະ ຈຳໜ່າຍໄຟຟ້າ. ໂຄງການມຸ່ງເນັ້ນນຳໃຊ້ທ່າແຮງລົມຂອງແຂວງສະຫວັນນະເຂດ ເພື່ອຜະລິດໄຟຟ້າສະອາດສະໜອງໃຫ້ຕະຫຼາດໃນພາກພື້ນ, ສົ່ງເສີມການຮ່ວມມືດ້ານພະລັງງານຂ້າມຊາຍແດນ ແລະ ສ້າງລາຍຮັບຈາກການສົ່ງອອກໃຫ້ແກ່ ສປປ ລາວ ເມື່ອມີເງື່ອນໄຂຄົບຖ້ວນ ແລະ ໂຄງ ການຖືກຈັດຕັ້ງປະຕິບັດ. ນອກນັ້ນ ຍັງຄາດວ່າຈະສ້າງວຽກເຮັດງານທຳ, ເພີ່ມຄວາມຕ້ອງການສິນຄ້າ ແລະ ບໍລິການທ້ອງຖິ່ນ ພ້ອມທັງສ້າງລາຍຮັບໃຫ້ແກ່ລັດຕາມລະບຽບການ.
![]()
ທ່ານ ແອນດຣູ ຊັດເທີແລນ ຜູ້ອຳນວຍການກຸ່ມບໍລິສັດ UPC Vietnam (Singapore) Pte. Ltd
ທ່ານ ແອນດຣູ ຊັດເທີແລນ ຜູ້ອຳນວຍການກຸ່ມບໍລິສັດ UPC Vietnam (Singapore) Pte. Ltd ກ່າວວ່າ: ໂຄງການນີ້ຈະຊ່ວຍເພີ່ມຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ ສປປ ລາວ ໂດຍສະໜອງພະລັງງານສະອາດທີ່ຜະລິດພາຍໃນປະເທດ ແລະ ມີຄວາມໝັ້ນຄົງເຂົ້າສູ່ລະບົບຕາຂ່າຍໄຟຟ້າແຫ່ງຊາດ ພ້ອມສະໜັບສະໜູນເປົ້າໝາຍຂອງລາວໃນການກ້າວສູ່ການເປັນ “ໝໍ້ໄຟສີຂຽວແຫ່ງອາຊີຕາເວັນອອກສ່ຽງໃຕ້” (Green Battery of Southeast Asia).
ທ່ານກ່າວຕື່ມວ່າ ໃນດ້ານເສດຖະກິດ ໂຄງການນີ້ເປັນການລົງທຶນໂດຍກົງຈາກຕ່າງປະເທດໄລຍະຍາວທີ່ສຳຄັນ ໂດຍຄາດວ່າຈະສ້າງລາຍຮັບຈາກຄ່າພາກຫຼວງ ແລະ ພາສີອາກອນເຂົ້າງົບປະມານແຫ່ງຊາດຕະຫຼອດໄລຍະ 25 ປີຂ້າງໜ້າ. ສຳລັບປະຊາຊົນແຂວງສະຫວັນນະເຂດ ໂຄງການຈະສ້າງໂອກາດຈ້າງງານທີ່ຕ້ອງການທັກສະຫລາຍຮ້ອຍຕຳ ແໜ່ງໃນໄລຍະກໍ່ສ້າງ ແລະ ດຳເນີນງານ, ເພີ່ມໂອກາດໃຫ້ແກ່ທຸລະກິດ ແລະ ຜູ້ສະໜອງສິນຄ້າພາຍໃນປະເທດ ພ້ອມທັງລົງທຶນຢ່າງຍືນຍົງໃນພື້ນຖານໂຄງລ່າງຂອງຊຸມຊົນທ້ອງຖິ່ນ. ສິ່ງເຫລົ່ານີ້ຈະໄດ້ຮັບການສະ ໜັບສະໜູນເພີ່ມເຕີມຜ່ານຄຳໝັ້ນສັນຍາຂອງບໍລິສັດໃນການສະໜອງທຶນໃຫ້ແກ່ໂຄງການຄວາມຮັບຜິດຊອບຕໍ່ສັງຄົມ (CSR).
![]()
