ວາລະສານທິດສະດີການເມືອງ-ການປົກຄອງແມ່ນອາວຸດດ້ານແນວຄິດ-ທິດສະດີອັນແຫຼມຄົມຂອງພັກ"
ເມື່ອບໍ່ດົນມານີ້, ຄະນະຮັບຜິດຊອບສ້າງວິດີໂອສະເຫຼີມສະຫຼອງ [ວັນສ້າງຕັ້ງວາລະສານທິດສະດີການ]ເມືອງ-ການປົກຄອງ ຄົບຮອບ 30 ປີ (21.11.1996-21.11.2026) ໄດ້ຖ່າຍທຳ ແລະ ສຳພາດ ທ່ານ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ຜູ້ຊີ້ນຳວຽກງານວາລະສານທິດສະດີການເມືອງ-ການປົກຄອງ ໂດຍທ່ານໄດ້ໃຫ້ທັດສະນະ ແລະ ບົດຮຽນອັນເລິກເຊິ່ງທາງດ້ານແນວຄິດການເມືອງ ໂດຍຍົກໃຫ້ເຫັນຄວາມສຳຄັນອັນເປັນຫຼັກແຫຼ່ງຂອງວາລະສານທິດສະດີການເມືອງ-ການປົກຄອງ ຕະຫຼອດໄລຍະ 30 ປີຜ່ານມາ ຊຶ່ງແມ່ນ “ອາວຸດທາງດ້ານແນວຄິດ-ທິດສະດີ” ອັນແຫຼມຄົມຂອງພັກ ໃນການໂຄສະນາ, ເຜີຍແຜ່ແນວທາງ, ມະຕິ, ຄຳສັ່ງຂອງພັກ ແລະ ກົດໝາຍຂອງລັດ, ທັງເປັນເວທີແລກປ່ຽນບົດຮຽນທິດສະດີ ແລະ ພຶດຕິກຳຕົວຈິງໃນພາລະກິດປ່ຽນແປງໃໝ່ຂອງປະເທດຊາດ.
ພ້ອມນີ້, ທ່ານ ດາວສະຫວັນ ເຄືອມີໄຊ ຍັງໄດ້ເນັ້ນເຖິງທິດທາງອະນາຄົດ ແລະ ວິໄສທັດໃນການຫັນເປັນທັນສະໄໝຂອງວາລະສານ ໃຫ້ສອດຄ່ອງກັບການພັດທະນາຂອງຍຸກເຕັກໂນໂລຊີ ແລະ ການຫັນເປັນດີຈິຕອນແຫ່ງຊາດ. ພາຍໃຕ້ສະພາບການທີ່ເຕັກໂນໂລຊີຂໍ້ມູນຂ່າວສານເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ວາລະສານຈຳເປັນຕ້ອງໄດ້ປັບປຸງ ແລະ ຍົກລະດັບຮູບແບບການນຳສະເໜີ ໂດຍການຫັນສູ່ຮູບແບບເອເລັກໂຕຣນິກ (E-Magazine) ແລະ ການອ່ານອອນລາຍຜ່ານເວັບໄຊ. ການຫັນໄປສູ່ລະບົບດີຈິຕອນນີ້, ຖືເປັນບາດກ້າວບຸກທະລຸທີ່ສຳຄັນ ຊຶ່ງຈະຊ່ວຍຫຼຸດຜ່ອນຂໍ້ຈຳກັດດ້ານເວລາ ແລະ ພື້ນທີ່, ເຮັດໃຫ້ເນື້ອໃນບົດຄວາມ, ບົດຄົ້ນຄວ້າທິດສະດີ ແລະ ຂໍ້ມູນຂ່າວສານອັນເປັນມູນເຊື້ອສາມາດເຂົ້າເຖິງເປົ້າໝາຍຂອງຜູ້ອ່ານໄດ້ຢ່າງກວ້າງຂວາງ, ວ່ອງໄວ ແລະ ທົ່ວເຖິງກວ່າເກົ່າ ລວມທັງພະນັກງານນຳພາ-ຄຸ້ມຄອງ, ນັກຄົ້ນຄວ້າ, ນັກສຶກສາ ຫຼື ມວນຊົນຜູ້ສົນໃຈທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ. ສິ່ງດັ່ງກ່າວ, ຈະເປັນການປະກອບສ່ວນສຳຄັນເຂົ້າໃນວຽກງານປ້ອງກັນ ແລະ ຕ້ານປະກົດການຫຍໍ້ທໍ້ທາງດ້ານແນວຄິດ, ພ້ອມທັງເສີມຂະຫຍາຍມູນເຊື້ອຮັກຊາດ ແລະ ຄວາມເປັນປຶກແຜ່ນແໜ້ນໜາໃນສັງຄົມ.
ການຖ່າຍທຳສຳພາດ ແລະ ການບັນທຶກປະຫວັດສາດແຫ່ງການເຕີບໃຫຍ່ຂອງວາລະສານຄັ້ງນີ້, ເປັນການສົ່ງສານອັນໜັກແໜ້ນຈາກການນຳຂັ້ນສູງໃນການສືບຕໍ່ປະດິດສ້າງ, ພັດທະນາ ແລະ ບຸກທະລຸວຽກງານວາລະສານທິດສະດີການເມືອງ-ການປົກຄອງ ໃຫ້ກ້າວຂຶ້ນສູ່ລະດັບມາດຕະຖານໃໝ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມເສັ້ນທາງສັງຄົມນິຍົມ.
ຂໍ້ມູນ: ຕາອັອດ ແສນທະວີສຸກ
