ສະຫະພັນແມ່ຍິງ ກະຊວງການຕ່າງປະເທດຈັດງານລ້ຽງນ້ຳຊາ ປະຈຳປີ 2026
ໂດຍການເປັນປະທານຂອງ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ມີບັນດາພັນລະຍາຂອງຄະນະນຳກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະກົມ ແລະ ສະມາຊິກສະຫະພັນແມ່ຍິງຂອງກະຊວງການຕ່າງປະເທດ, ສູນກາງສະຫະພັນແມ່ຍິງລາວ, ບັນດາສະຫະພັນແມ່ຍິງກະຊວງ-ອົງການອ້ອມຂ້າງສູນກາງ, ບັນດາທູຕານຸທູດເພດຍິງ ປະຈຳ ສປປ ລາວ ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ວາດສະໜາ ພົມວິຫານ ໄດ້ຂຶ້ນກ່າວເປີດງານຢ່າງເປັນທາງການ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການຈັດງານລ້ຽງນ້ຳຊາ ປະຈຳປີ 2026 ຊຶ່ງບໍ່ພຽງແຕ່ເປັນເວທີແຫ່ງການພົບປະໂອ້ລົມ ເພື່ອສ້າງຄວາມຮູ້ຈັກລຶ້ງເຄີຍ ແລະ ສົ່ງເສີມສາຍພົວພັນມິດຕະພາບອັນດີລະຫວ່າງພັນລະຍາການນຳຂອງກະຊວງການຕ່າງປະເທດ, ນັກການທູດຍິງ, ພັນລະຍາຂອງນັກການທູດຂອງ ສປປ ລາວ ແລະ ບັນດາເອກອັກຄະລັດຖະທູດຍິງ, ທູຕານຸທູດຍິງ ແລະ ພັນລະຍາຂອງທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເທົ່ານັ້ນ, ແຕ່ຍັງເປັນການເປີດໂອກາດອັນດີໃນການເຜີຍແຜ່ວັດທະນະທຳອັນດີງາມທີ່ເປັນເອກະລັກປະຈຳຊາດຂອງແຕ່ລະປະເທດ ຜ່ານການວາງສະແດງອາຫານພື້ນເມືອງ ແລະ ເຄື່ອງຫັດຖະກຳອັນປານີດ ລວມເຖິງການສະແດງສິລະປະວັດທະນະທຳຕ່າງໆ ທີ່ສະທ້ອນໃຫ້ເຫັນເຖິງສີສັນ, ມູນເຊື້ອອັນດີງາມ ແລະ ຄວາມອຸດົມສົມບູນຂອງແຕ່ລະປະເທດ. ງານລ້ຽງນ້ຳຊາປີນີ້ ຈັດຂຶ້ນໃນທ່າມກາງບັນຍາກາດທີ່ ສປປ ລາວ ກໍຄື ບັນດາປະເທດອາຊຽນ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 15-17 ພະຈິກ 2026 ທີ່ຟີລິບປິນ ຜ່ານມາ ດ້ວຍຜົນສຳເລັດອັນຈົບງາມ.
ໃນງານດັ່ງກ່າວ, ນອກຈາກການວາງສະແດງຜະລິດຕະພັນ, ເຄື່ອງຫັດຖະກຳ ແລະ ອາຫານລາວທີ່ຫຼາກຫຼາຍຂອງບັນດາໜ່ວຍສະຫະພັນແມ່ຍິງກະຊວງການຕ່າງປະເທດ, ຍັງມີການວາງສະແດງສິນຄ້າ, ຂອງທີ່ລະນຶກ, ອາຫານເອກະລັກປະຈຳຊາດ ແລະ ອື່ນໆ ຂອງບັນດາສຳນັກງານຜູ້ຕາງໜ້າຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ. ພ້ອມນີ້, ຍັງມີການສະແດງສິລະປະວັດທະນະທຳຈາກບັນດາພັນລະຍາການນຳ, ຄະນະບໍລິຫານງານ ແລະ ສະມາຊິກສະຫະພັນແມ່ຍິງຂອງກະຊວງການຕ່າງປະເທດ, ລວມທັງພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ແລະ ການສະແດງສິລະປະອັນເປັນເອກະລັກປະຈຳຊາດຂອງບັນດາສຳນັກງານຜູ້ຕາງໜ້າຕ່າງປະເທດ ປະຈຳ ສປປ ລາວ ຊຶ່ງໄດ້ສ້າງບັນຍາກາດແຫ່ງໄມຕີຈິດມິດຕະພາບອັນເຕັມໄປດ້ວຍຄວາມຫຼາກຫຼາຍທາງດ້ານວັດທະນະທຳຂອງນາໆປະເທດອີກດ້ວຍ.
