ກຸ່ມບໍລິສັດ ລາວໂທລະຄົມຮ່ວມວາງສະແດງງານສັບປະດາ ດີຈິຕອນລາວ ປະຈຳປີ 2026
ຂປລ.ໃນນັ້ນ, ກຸ່ມບໍລິສັດລາວໂທລະຄົມ ທີ່ປະກອບດ້ວຍລາວໂທລະຄົມ (Lao Telecom), ທີ-ພາດ (T-Plus) ແລະ ເອັມ-ມັນນີເອັກ (M-MoneyX) ແລະ ຄູ່ຮ່ວມງານຕ່າງປະເທດໄດ້ເຂົ້າຮ່ວມຈັດວາງສະແດງຜະລິດຕະພັນ, ການບໍລິການດີຈິຕອນ ແລະ ເຕັກໂນໂລຊີໂທລະຄົມມະນາຄົມ ເພື່ອໃຫ້ຜູ້ເຂົ້າຮ່ວມງານໄດ້ຮັບຊົມ, ສຶກສາ ແລະ ທົດລອງນຳໃຊ້ຕົວຈິງ ໂດຍການເປັນປະທານຂອງທ່ານ ພົອ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ-ຜູ້ປະຈຳການຄະນະກຳມະການລະດັບຊາດ ເພ່ືອການຫັນເປັນດີຈິຕອນຂອງ ສປປ ລາວ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມ ມະນາຄົມມະຫາຊົນ ພ້ອມດ້ວຍຄະນະອຳນວຍການ, ຜູ້ບໍລິຫານ, ບໍລິສັດພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ງານສັບປະດາດີຈິຕອນລາວ ປະຈຳປີ 2026 ເປັນເວທີສໍາຄັນໃນການສະແດງຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງເປີດໂອກາດໃຫ້ພາກສ່ວນຕ່າງໆໄດ້ສຶກສາ ແລະ ສຳຜັດກັບການນຳໃຊ້ເຕັກໂນໂລຊີດີຈິຕອນ ຊ່ຶງເນ້ືອໃນຂອງງານສະທ້ອນເຖິງຄວາມສຳຄັນຂອງການພັດທະນາລັດຖະບານດີຈິຕອນ, ການສ້າງບຸກຄະລາກອນທີ່ມີທັກສະດີຈິຕອນ ແລະ ການສົ່ງເສີມນະວັດຕະກຳເພື່ອຮອງຮັບການກ້າວເຂົ້າສູ່ຍຸກ ປັນຍາປະດິດ.
ພື້ນທີ່ວາງສະແດງຂອງກຸ່ມບໍລິສັດລາວໂທລະຄົມ ໄດ້ຮັບຄວາມສົນໃຈຈາກບັນດາທ່ານຜູ້ນຳພັກ- ລັດ, ແຂກຜູ້ມີກຽດ, ຜູ້ປະກອບການ, ນັກຮຽນ, ນັກສຶກສາ ແລະ ຜູ້ເຂົ້າຊົມງານ. ການຈັດສະແດງໄດ້ເນັ້ນໃສ່ການແນະນຳຜະລິດຕະພັນ ແລະ ການບໍລິການ, ຄວບຄູ່ກັບການເປີດໂອກາດໃຫ້ຜູ້ເຂົ້າຊົມໄດ້ທົດລອງນຳໃຊ້ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບບົດບາດຂອງເຕັກໂນໂລຊີໃນການດຳເນີນຊີວິດ ແລະ ການດຳເນີນທຸລະກິດ.
ການເຂົ້າຮ່ວມງານຄັ້ງນີ້, ສະແດງເຖິງບົດບາດ ແລະ ຄວາມພ້ອມຂອງກຸ່ມບໍລິສັດລາວໂທລະຄົມ ໃນການເປັນສ່ວນໜຶ່ງຂອງການຂັບເຄື່ອນການຫັນປ່ຽນດີຈິຕອນຂອງປະເທດ, ຜ່ານການນຳສະເໜີເຕັກໂນໂລຊີ ແລະ ການບໍລິການທີ່ຮອງຮັບຄວາມຕ້ອງການຂອງພາກລັດ ແລະ ເອກະຊົນ ພ້ອມທັງປະກອບສ່ວນສ້າງພື້ນຖານໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມດີຈິຕອນຂອງ ສປປ ລາວ ຢ່າງໝັ້ນຄົງ ແລະ ຍືນຍົງ.
