ແຜ່ນດິນໄຫວ ຢູ່ເມືອງປ່າຊີ່ງນະຄອນນ້າສູ ເຂດຊີ່ຈ້າງຂອງ ສປ ຈີນ ເຮັດໃຫ້ມີ ຜູ້ເສຍຊີວິດ 16 ຄົນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຕາມການລາຍງານ ຈາກກົມຄຸ້ມຄອງ ສະພາບ ສຸກເສີນຂອງ ເມືອງປ່າຊີ່ງ ນະຄອນນ້າສູ ເຂດຊີ່ຈ້າງ ໃຫ້ຮູ້ວ່າ, ວັນທີ 23 ຕຸລານີ້, ຕາມສະຖິຕິເບື້ອງຕົ້ນ, ເຫດແຜ່ນດິນໄຫວ ຂະໜາດ 7.0 ຣິກເຕີ ຢູ່ເມືອງປ່າຊີ່ງນະຄອນນ້າສູ ເຂດຊີ່ຈ້າງ ເຮັດໃຫ້ມີ ຜູ້ເສຍຊີວິດ 16 ຄົນ, ບາດເຈັບ 54 ຄົນ, ເຮືອນພັງທະລາຍ 339 ຫລັງ. ປັດຈຸບັນ, ຍັງພວມເລັ່ງກວດກາ ຕື່ມອີກ ຕໍ່ສະພາບການປະສົບໄພ, ວຽກກູ້ໄພ ແລະ ການໃຫ້ຄວາມຊ່ວຍເຫລືອຕ່າງໆ ເຊັ່ນ: ການກູ້ໄພ, ຊອກຄົ້ນຜູ້ປະສົບໄພ, ປິ່ນປົວຜູ້ບາດເຈັບ ແລະ ອື່ນໆ ໄດ້ດຳເນີນໄປ ຢ່າງຕໍ່ເນື່ອງ.ປັດຈຸບັນ ວັດຖຸອຸປະກອນກູ້ໄພ ແລະ ເຄື່ອງຊ່ວຍເຫລືອ ໄດ້ຈັດສົ່ງ ຈາກລັດຖະບານສູນກາງ, ອົງການປົກຄອງ ເຂດປົກຄອງຕົນເອງ, ນະຄອນ ແລະເມືອງ ມາເຖິງເຂດປະສົບໄພແລ້ວ, ໃນນັ້ນ ມີເຮືອນ ຊົ່ວຄາວ 1.000 ຫລັງ, ຕູບຜ້າເຕັນ 3.239 ຕູບ, ຕຽງພັບໄດ້ 2.821 ອັນ ແລະ ເຄຶື່ອງຊ່ວຍເຫລືອອື່ນໆອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
