ໂຮມຊຸມນຸມໃຫຍ່ ລະນຶກ ຄົບຮອບ 90 ປີ ແຫ່ງໄຊຊະນະ ຂອງການເດີນທັບທາງໄກ ກອງທັບແດງ ກຳມະກອນຊາວນາຈີນ
Email
Print
83
KPL - Asean 2024
ໂຮມຊຸມນຸມໃຫຍ່ ລະນຶກຄົບຮອບ 90 ປີ ແຫ່ງໄຊຊະນະ ຂອງການເດີນທັບທາງໄກ ກອງທັບແດງ ກຳມະ ກອນຊາວນາ ຈີນ ໄດ້ຈັດຂຶ້ນຢ່າງຄຶກຄື້ນ ຢູ່ຫໍສະພາປະຊາຊົນ ທີ່ນະຄອນຫລວງປັກກິ່ງ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ,ວັນທີ 22 ຕຸລານີ້, ໂຮມຊຸມນຸມໃຫຍ່ ລະນຶກຄົບຮອບ 90 ປີ ແຫ່ງໄຊຊະນະ ຂອງການເດີນທັບທາງໄກ ກອງທັບແດງ ກຳມະ ກອນຊາວນາຈີນ ໄດ້ຈັດຂຶ້ນຢ່າງຄຶກຄື້ນ ຢູ່ຫໍສະພາປະຊາຊົນ ທີ່ນະຄອນຫລວງປັກກິ່ງ. ໂດຍມີ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິດຈີນ, ປະທານປະເທດ ປະທານຄະນະກຳມະການ ການທະຫານສູນກາງຈີນໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສ ສຳຄັນ ໂດຍເນັ້ນໜັກວ່າ: ຈື່ຈຳປະຫວັດສາດ ຈຶ່ງຈະສາມາດສ້າງອະນາຄົດອັນໃໝ່. ທົ່ວພັກທົ່ວກອງທັບແລະ ປະຊາຊົນບັນດາເຜົ່າ ຂອງຊາດຕ້ອງເຕົ້າໂຮມ ແລະ ສາມັກຄີກັນຢູ່ອ້ອມສູນກາງພັກ ຢ່າງແໜ້ນ ແຟ້ນກວ່າເກົ່າ,ອອກແຮງສົ່ງເສີມຈິດໃຈການເດີນທັບທາງໄກ ທີ່ຍິ່ງໃຫຍ່,ບາກບັ່ນສູ້ຊົນກ້າວໄປໜ້າ ຢ່າງຕໍ່ເນື່ອງ, ເພື່ອຊຸກຍູ້ພາລະກິດອັນຍິ່ງໃຫຍ່ ທີ່ຄົນຮຸ່ນກ່ອນ ປະຕິວັດສ້າງຂຶ້ນໃຫ້ກ້າວໄປໜ້າ ຢ່າງບໍ່ຢຸດຢັ້ງ ແລະ ພະຍາຍາມສຸດຂີດ ເພື່ອສ້າງຄວາມຈະເລີນຮຸ່ງເຮືອງອັນໃໝ່ ໃນຂະບວນການ ເສັ້ນທາງເດີນທັບທາງໄກອັນໃໝ່. ທ່ານ ສີ ຈິ້ນຜິງ ຊີ້ໃຫ້ເຫັນວ່າ: ແຕ່ເດືອນຕຸລາປີ 1934 ຫາເດືອນຕຸລາປີ 1936, ພັກພວກເຮົາໄດ້ນຳພາ ກອງທະຫານຝ່າຍທີ 1, ທີ 2, ທີ 4 ຂອງກອງທັບແດງ ແລະ ກອງພົນພິເສດທີ 25, ດຳເນີນການເດີນທັບທາງໄກ ອັນຍິ່ງໃຫຍ່ ທາງປະຫວັດສາດ ແລະ ປະທັບໃຈທົ່ວໂລກ. ການເດີນທັບທາງໄກ ຂອງກອງທັບແດງ ໄດ້ເດີນຜ່ານ 10 ກວ່າແຂວງ,ມີໄລຍະທາງ 12 ພັນ 500 ກິໂລແມັດ,ໄດ້ເອົາຊະນະໃນການທັບມ້າງ ແລະ ຜ່າວົງປິດອ້ອມ ຈາກສັດຕູ ຈຳນວນລ້ານຄົນ, ເປັນການ ສະແດງ ໃຫ້ເຫັນຄວາມປະລາໄຊ ທັງໝົດຂອງພວກປະຕິການພັກກົກມິນຕັງ ທີ່ມີເຈດຕະນາດັບສູນພັກກອມມູນິດຈີນ ແລະ ກອງທັບແດງ,ໄດ້ບັນລຸ ການຍົກຍ້າຍ ກຳລັງພົນ ທາງຍຸດທະສາດ ໄປສູ່ການຕໍ່ຕ້ານການຮຸກຮານຈາກຍີ່ປຸ່ນຢູ່ພາກເໜືອຂອງ ສປ ຈີນ ຢ່າງມີໄຊ ແລະ ໄດ້ສ້າງສະພາບໃໝ່ ແຫ່ງການປະຕິວັດຈີນ. ການ ເຄື່ອນໄຫວດ້ານການປະຕິວັດທີ່ສະເທືອນທົ່ວໂລກນີ້ມີຄວາມໝາຍອັນຍິ່ງໃຫຍ່ ໃນປະຫວັດສາດຂອງພັກ,ລັດ ແລະ ກອງທັບຈີນ,ມີຜົນສະທ້ອນ ຢ່າງເລິກເຊິ່ງ ຕໍ່ຂະ ບວນການຟື້ນຟູຄວາມຈະເລີນຮຸ່ງເຮືອງ ອັນຍິ່ງໃຫຍ່ ຂອງປະຊາຊາດຈີນ,ໄດ້ຖືກຈົດຈຳ ໃນໃຈຂອງປະຊາຊົນ 1 ຕື້ກວ່າຄົນຕະຫລອດໄປ. ທ່ານ ສີ ຈິ້ນຜິງ ເນັ້ນໜັກ ຕື່ມວ່າ: ການທົບທວນປະຫວັດສາດ ແມ່ນເພື່ອຮັບຮູ້ສະຕິປັນຍາ ແລະ ຄວາມເຂັ້ມແຂງ ເພື່ອສູ້ຊົນກ້າວໄປໜ້າ. ການເດີນທັບທາງໄກຂອງກອງທັບແດງ ໄດ້ສ້າງ ສິ່ງມະຫັດສະຈັນ ທີ່ບໍ່ທຳມະດາ, ກາຍເປັນຈິດໃຈ ການເດີນທັບທາງໄກ ອັນຍິ່ງໃຫຍ່. ປະຫວັດສາດຂອງການເດີນທັບທາງໄກ ບໍ່ເຄີຍຫ່າງເຫີນຈັກ ເທື່ອ, ເສັ້ນທາງ ແຫ່ງການເດີນທັບທາງໄກ ຍັງເຕີບໃຫຍ່ ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ. ຂະບວນການເດີນທາງອັນໃໝ່ ແມ່ນການເດີນທັບທາງໄກ ທີ່ເຕັມໄປ ດ້ວຍກຽດ ຕິຍົດ ແລະ ຄວາມຝັນ, ແມ່ນການເດີນທັບທາງໄກອັນໃໝ່ ຂອງພັກແລະ ປະຊາຊົນ. ຜູ້ຮັບຜິດຊອບທີ່ສຳຄັນ ຈາກພາກສ່ວນຕ່າງໆ ຂອງພັກ,ລັດ,ກອງທັບ ແລະ ປະຊາຊົນຂັ້ນ ສູນກາງ ພ້ອມທັງ ນະຄອນຫລວງປັກກິ່ງ, ຜູ້ຮັບຜິດຊອບສູນກາງພັກ ຝ່າຍປະຊາທິປະໄຕ ແລະ ສະຫະພັນ ອຸດສາຫະກຳ ການຄ້າແຫ່ງ ຊາດຈີນ ແລະ ຜູ້ຕາງໜ້າ ບຸກຄົນນອກພັກ,ຜູ້ຕາງໜ້າສະຫາຍອາວຸໂສ, ຜູ້ຕາງໜ້ານາຍ ແລະ ພົນທະຫານ ຂອງກອງທັບປົດປ່ອຍ ປະຊາຊົນຈີນ ແລະ ກອງຕຳ ຫລວດ ປະກອບອາວຸດຂອງ ສປ ຈີນ, ຜູ້ຕາງ ໜ້າປະຊາຊົນວົງການຕ່າງໆ ຂອງນະຄອນຫລວງປັກກິ່ງ ແລະ ອື່ນໆປະມານ 3 ພັນຄົນ ໄດ້ເຂົ້າຮ່ວມກອງປະຊຸມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
