ສປຊ ຄວນແກ້ໄຂບັນຫາລັກສະນະຕາງໜ້າ ຫລາຍເກີນໄປ ຂອງບັນດາປະເທດພັດທະນາ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 22 ຕຸລານີ້, ທ່ານ ຟູ້ຊົ່ງ ຜູ້ຕາງໜ້າ ຖາວອນຈີນ ປະຈຳ ອົງການສະຫະ ປະຊາຊາດ (ສປຊ) ໄດ້ກ່າວຄຳປາໄສ ໃນເວລາພິຈາລະນາ ກ່ຽວກັບ ບັນຫາ ການປະຕິຮູບ ສະພາຄວາມໝັ້ນຄົງ ສປຊ ໃນກອງປະຊຸມ ຄົບຄະນະ ຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໂດຍເນັ້ນໜັກວ່າ: ຈຸດປະສົງສຸດທ້າຍ ການປະຕິຮູບ ຂອງສະພາ ຄວາມໝັ້ນຄົງ ແມ່ນເພື່ອແກ້ໄຂ ບັນຫາລັກສະນະຕາງໜ້າ ຫລາຍເກີນໄປ ຂອງບັນດາປະເທດ ພັດທະນາແລ້ວ. ທ່ານ ຟູ້ຊົ່ງ ໄດ້ກ່າວວ່າ: ສປ ຈີນ ສະໜັບສະໜູນ ໃຫ້ສະພາ ຄວາມໝັ້ນຄົງ ຍົກສູງອຳນາດ ອິດທິພົນ ແລະ ປະສິດທິພາບ ດ້ວຍການປະຕິຮູບ ທີ່ມີຄວາມຈຳເປັນ ແລະ ສົມເຫດສົມຜົນ, ເພື່ອຮັບມືກັບວິກິດການ ແລະ ສິ່ງທ້າທາຍໃຫ້ດີກວ່າເກົ່າ, ປະຕິບັດຕາມ ພາລະໜ້າທີ່ ທີ່ມອບໂດຍ “ກົດບັດ ອົງການ ສະຫະ ປະຊາຊາດ” ໃຫ້ດີ. ຈຳເປັນຕ້ອງສຸມໃສ່ ການຍົກສູງ ລັກສະນະຕາງໜ້າ ແລະ ສິດສະແດງຄວາມເຫັນ ຂອງປະເທດ ພວມພັດທະນາ; ເຄົາລົບຄວາມຮັບຮູ້ ທີ່ເປັນເອກະພາບ ກັນຂອງ ປະເທດ ສະມາຊິກ, ຍຶດໝັ້ນການແກ້ໄຂ “ຢ່າງເປັນລະບົບ”; ປົກປັກຮັກສາຖານະ ທີ່ເປັນຊ່ອງທາງຕົ້ນຕໍ ຂອງການເຈລະຈາ ລະຫວ່າງ ລັດຖະບານ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
