ກອງປະຊຸມລັດຖະມົນຕີການເງິນຂອງ ເອເປັກຄັ້ງທີ 33 ອັດລົງດ້ວຍຜົນສຳເລັດຫລາຍດ້ານ
Email
Print
83
KPL - Asean 2024
ກອງປະຊຸມລັດ ຖະມົນຕີ ການເງິນຂອງອົງການຮ່ວມມື ເສດຖະກິດອາຊີປາຊີຟິກ (APEC) ຄັ້ງທີ 33 ໄດ້ອັດ ລົງ ຢູ່ເຂດບໍລິຫານພິເສດຮົງກົງຂອງ ສປ ຈີນ. ມີຜູ້ຕາງ ໜ້າ 300 ກວ່າຄົນ ທີ່ມາຈາກ ກຸ່ມເສດຖະກິດສະມາຊິກ APEC , ປະເທດສັງເກດການ APEC ແລະ ອົງການ ຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 21 ຕຸລານີ້, ກອງປະຊຸມລັດ ຖະມົນຕີ ການເງິນຂອງອົງການຮ່ວມມື ເສດຖະກິດອາຊີປາຊີຟິກ (APEC) ຄັ້ງທີ 33 ໄດ້ອັດ ລົງ ຢູ່ເຂດບໍລິຫານພິເສດຮົງກົງຂອງ ສປ ຈີນ. ມີຜູ້ຕາງ ໜ້າ 300 ກວ່າຄົນ ທີ່ມາຈາກ ກຸ່ມເສດຖະກິດສະມາຊິກ APEC , ປະເທດສັງເກດການ APEC ແລະ ອົງການ ຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກອງປະຊຸມ ໄດ້ພິຈາລະນາຮັບຜ່ານ “ຖະແຫລງການຮ່ວມລັດຖະມົນຕີການເງິນ APEC ປີ 2026” ແລະ “ຖະແຫລງການນະໂຍ ບາຍ ການລະດົມທຶນ ກໍ່ສ້າງພື້ນຖານໂຄງລ່າງ ດິຈີຕອນອາຊີ-ປາຊີຟິກ”, ໄດ້ຊີ້ທິດທາງຢ່າງຈະແຈ້ງ ຕໍ່ການລົງເລິກ ການຮ່ວມມື ດ້ານການເງິນ ແລະ ທະນາຄານ ຂອງກຸ່ມເສດຖະກິດອາຊີ-ປາຊີຟິກ. ກອງປະຊຸມ ຍັງໄດ້ນຳສະເໜີ ເອກະສານ ກ່ຽວກັບ ໝາກຜົນຕ່າງໆ ເຊັ່ນ: “ບົດລາຍງານ ນະໂຍບາຍການເງິນ ດ້ານການສະໜັບສະໜູນ ການພັດທະນາດ້ານຊີວິດການເປັນຢູ່ ຂອງປະຊາຊົນ ແລະ ລົງທຶນແກ່ປະຊາຊົນ ເພື່ອຊຸກຍູ້ໃຫ້ເຂດອາຊີ-ປາຊີຟິກ ມີການເຕີບໂຕ ແບບຍືນ ຍົງ” “ເອກະສານເກັບໂຮມຕົວຢ່າງ ການປະຕິບັດ ການປະດິດສ້າງໃໝ່ ດ້ານທະນາຄານ ທີ່ໃຫ້ຜົນປະໂຫຍດ ແກ່ປະຊາຊົນທົ່ວໄປ ເຂດອາຊີ-ປາຊີຟິກ”ແລະ ອື່ນໆ, ແລະ ເຫັນດີສືບຕໍ່ ຊຸກຍູ້ການແລກປ່ຽນ ແລະ ຮ່ວມມື ລະຫວ່າງ ບຸກຄະລາກອນ ດ້ານການເງິນ ແລະ ເສດຖະກິດຊາວໜຸ່ມ ຢູ່ເຂດອາຊີ-ປາຊີິຟິກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
