ປະທານປະເທດ ຕ້ອນຮັບທູດຕ່າງປະເທດປະຈຳລາວ ເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດປະຈຳລາວ ໄປປະຈຳຢູ່ຕ່າງປະເທດ

23/10/2026 09:41
Email Print 83
KPL - Asean 2024 ໃນຕອນເຊ້ົາວັນທີ 22 ຕຸລາ 2026 ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕ້ັງຂອງບັນດາທູດແຕ່ງຕ້ັງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ.

 

     ຂປລ. ບັນດາທູດຕ່າງປະເທດເຂົ້າຍື່ນສານຄັ້ງນີ້, ປະກອບມີ: ທ່ານ ນາງ ເຈີໄມມາ ກໍດອນ-ດາຟ (H.E. Ms. Jemima GORDON-DUFF) ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ນະຄອນຫລວງວຽງຈັນ; ທ່ານ ລີ ຈອງ ຮັອບ (H.E. Mr. LEE Jeong Hyop) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ, ມີສຳນັກງານການທູດ ຕັ້ງຢູ່ນະຄອນຫລວງວຽງຈັນ; ທ່ານ ນາງ ນໍຣລີ ມູອັດຊາ ບິນຕີ ໂມຮາມັດ ນໍຣ (H.E. Ms. Norli Muadza Binti Mohd Noor) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ນະຄອນຫລວງວຽງຈັນ; ທ່ານ ແຊມ ສະລາຍເນີ (H.E. Mr. Sam Schreiner) ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ນະຄອນຫລວງບາງກອກ, ລາຊະອານາຈັກໄທ; ທ່ານ ນາງ ຄູລາ ໂຊເຟຍນູ (H.E. Ms. Koula SOPHIANOU) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໄຊປຣັດ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ນະຄອນຫລວງປັກ ກິ່ງ ສປ ຈີນ; ທ່ານ ໂມຫາເມັດ ອັບດູນລາຮິ ເອວ ວິລາລີ (H.E. Mr. Mohamed Abdellahi El Boukhary El Vilaly) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດອິດສະລາມ ໂມລິຕາເນຍ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ນະຄອນຫລວງປັກກິ່ງ, ສປ ຈີນ; ທ່ານ ເບວໂລ ໂດ່ກອນ ດາຈິ ຮາລີຣູ (H.E. Mr. Bello Dogon-Daji Haliru) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ໄນຈີເຣຍ ປະຈຳ ສປປ ລາວ, ມີສໍານັກງານການທູດຕັ້ງຢູ່ນະຄອນຫລວງບາງກອກ, ລາຊະອານາຈັກໄທ; ທ່ານ ອານເດຣດ ໂອເດັນເບຣ ອິດສ ກຣາບາໂຢ (H.E. Mr. Andre Odenbreit Carvalho) ເອກອັກຄະລັດຖະທູດວິສາມັນຜ້ມີອໍານາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ, ມີສໍານັກງານການທູດຕັ້ງຢູ່ນະຄອນຫລວງບາງກອກ, ລາຊະອານາຈັກໄທ; ທ່ານ ນາງ ເຣ ນາຕາ ຢາຊີລີອໍນີແຕ (H.E. Mrs. Renata JASILIONYTe) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ລິດຕົວນີ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ສິງກະໂປ.

    ໂອກາດນ້ີ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາທູດທີ່ໄດ້ຖືກແຕ່ງຕ້ັງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຄົນໃໝ່ ປະຈໍາ ສປປ ລາວ ໃນຄ້ັງນ້ີ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທ່ີອຸດົມສົມບູນຂອງບັນດາທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆ ຂຶ້ນ, ຊຸກຍູ້ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງບັນດາການນຳຂັ້ນສູງ ລວມທັງການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ, ເສີມຂະຫຍາຍການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂະແໜງການອ່ືນໆທ່ີມີທ່າແຮງຮ່ວມກັນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດ ບັນທຶກຄວາມເຂົ້າໃຈທີ່ສອງຝ່າຍໄດ້ຮ່ວມກັນລົງນາມໃຫ້ປະກົດຜົນເປັນ ຈິງ. ພ້ອມນີ້, ກໍສະເໜີໃຫ້ບັນດາທູດ ໄປຢ້ຽມຢາມບັນດາແຂວງຕ່າງໆ ຂອງ ສປປ ລາວ ເພື່ອເບິ່ງການພັດ ທະນາຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນທີ່ມີຄວາມສົນໃຈໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ.

     

ໃນໂອກາດດຽວກັນ, ບັນດາທູດທີ່ເຂົ້າຍື່ນສານຕາຕັ້ງໃນຄັ້ງນ້ີກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນຂອງທ່ານປະທານປະເທດ ທອງລຸນ ສີສຸລິດ, ພ້ອມທັງໄດ້ສະແດງຄວາມປິຕິຍິນດີທີ່ ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທ່ີການທູດຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຍັງໄດ້ສະແດງຄວາມໝາຍໝັ້ນທີ່ຈະປະຕິບັດໜ້າທີ່ການທູດຂອງຕົນຢ່າງສຸດຄວາມສາມາດ ເພື່ອສືບຕໍ່ຊຸກຍູ້ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ກັບ ສປປ ລາວ ໃຫ້ນັບມື້ນັບໄດ້ຮັບການພັດທະນາ ແລະ ມີປະສິດທິຜົນສູງຍິ່ງໆຂຶ້ນ.

    ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ມອບສານຕາຕ້ັງໃຫ້ແກ່ທ່ານ ຈະຕຸລິນ ສີຫາພົມ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳສາທາລະນະລັດ ກູບາ, ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕ່ໍທ່ານເອກອັກຄະລັດຖະທູດແຕ່ງຕັ້ງ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ແລະ ໄດ້ມີຄໍາເຫັນຊີ້ນຳໃຫ້ສືບຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ຊຶ່ງທ່ານເອກອັກຄະລັດຖະທູດແຕ່ງຕັ້ງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ທິດຊີ້ນໍາດັ່ງກ່າວ ແລະ ສະແດງຄວາມໝາຍໝັ້ນທີ່ຈະເຮັດສຸດຄວາມສາມາດຂອງຕົນໃນການສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ໄດ້ຮັບການພັດທະນາ ຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.

                                    
KPL