ຄໍາມ່ວນ ວາງແຜນຊຸກຍູ້ "ອຸທິຍານທໍລະນີຫີນບູນ" ສູ່ອຸທິຍານທໍລະນີໂລກຂອງ ອຸຍແນັສໂກ
![]()
ຂປລ. ຖ້າເອີ່ຍເຖິງ “ຄຳມ່ວນ” ຫລາຍຄົນອາດນຶກເຖິງພູຫີນປູນສູງສະຫງ່າ, ຖ້ຳທີ່ສວຍງາມ ແລະ ສາຍນ້ຳທີ່ໄຫລລັດເລາະຜ່ານພູຜາ. ແຕ່ພາຍໃຕ້ຄວາມງາມເຫລົ່ານັ້ນ ຍັງມີມໍລະດົກທາງທໍລະນີສາດ, ຮ່ອງຮອຍປະຫວັດສາດ, ຄວາມຫລາກຫລາຍທາງຊີວະນາໆພັນ ແລະ ວິຖີຊີວິດອັນຮຽບງ່າຍຂອງຊຸມຊົນ ທີ່ຮ່ວມກັນຫລໍ່ຫລອມໃຫ້ “ອຸທິຍານທໍລະນີຫີນບູນ” ກາຍເປັນດິນແດນແຫ່ງການຄົ້ນຫາທີ່ໜ້າຫລົງໄຫລ.
ການເດີນທາງສູ່ອຸທິຍານທໍລະນີຫີນບູນ ເປັນດັ່ງການເປີດປະຕູສູ່ໂລກຂອງພູຫີນປູນ. ທິວທັດພູຜາສູງສະຫງ່າສະຫລັບຊັບຊ້ອນ, ປ່າໄມ້ຂຽວສົດ ແລະ ສາຍນ້ຳທີ່ຄົດຄ້ຽວໄປຕາມຮ່ອມພູ ສ້າງພາບທິວທັດທີ່ສວຍງາມ ແລະ ແຕກຕ່າງໄປຕາມລະດູການ.
![]()
ເມື່ອບໍ່ດົນມານີ້, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຄຳມ່ວນ ໄດ້ຈັດກອງປະຊຸມຄະນະວິທະຍາສາດ ເພື່ອຄົ້ນຄວ້າ, ປະເມີນຄຸນຄ່າ ແລະ ວາງແຜນຄຸ້ມຄອງ-ອະນຸລັກພື້ນທີ່ອຸທິຍານທໍລະນີຫີນບູນ. ກອງປະຊຸມມີເປົ້າໝາຍສຳຄັນໃນການປຶກສາຫາລື, ກະກຽມເອກະສານ ແລະ ກຳນົດທິດທາງສຳລັບການສະເໜີເຂົ້າສູ່ເຄືອຂ່າຍອຸທິຍານທໍລະນີໂລກຂອງ ອຸຍແນັສໂກ ( UNESCO). ໃນໂອກາດດຽວກັນ, ຍັງໄດ້ລາຍງານຜົນການຄົ້ນຄວ້າແຫລ່ງບູຮານວິທະຍາທີ່ສຳຄັນ ຄື “ຖ້ຳຝາມື” ຊຶ່ງຕັ້ງຢູ່ບໍລິເວນທາງເຂົ້າອຸທິຍານ. ຈາກການສຶກສາພົບຮູບແຕ້ມບູຮານ ແລະ ຮອຍຝາມືຈຳນວນຫລາຍ ຊຶ່ງເປັນຫລັກຖານອັນສຳຄັນດ້ານມໍລະດົກບູຮານວິທະຍາຂອງພື້ນທີ່.
ອຸທິຍານທໍລະນີຫີນບູນ ມີຈຸດເດັ່ນດ້ານທໍລະນີສາດ ແລະ ພູມສັນຖານຫີນປູນທີ່ໂດດເດັ່ນ ພ້ອມດ້ວຍແຫລ່ງທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳຫລາຍແຫ່ງ. ໃນນັ້ນ, ມີຖ້ຳກອງລໍ ແລະ ຜາມ່ານ, ແມ່ນ້ຳຫີນບູນ, ວັງນ້ຳຂຽວ ແລະ ບ້ານວັດທະນະທຳ ເຊັ່ນ: ບ້ານນາຕານ ທີ່ເປີດໂອກາດໃຫ້ນັກທ່ອງທ່ຽວສຳຜັດວິຖີຊີວິດ, ພັກແຮມແບບໂຮມສະເຕ ແລະ ຮຽນຮູ້ການດຳລົງຊີວິດຂອງຊຸມຊົນ.
ຖ້ຳຝາມື (Tham Pha Mue): ມີການຄົ້ນພົບແທ້ ທີມນັກວິທະຍາສາດທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາສຶກສາ ແລະ ຢັ້ງຢືນວ່າມີ ຮູບແຕ້ມບູຮານ ແລະ ຮອຍຝາມືເຖິງ 285 ຮູບ ທາງການແຂວງຄຳມ່ວນກໍເພິ່ງໄດ້ ເປີດໃຫ້ເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດຢ່າງເປັນທາງການ ໃນວັນທີ 8 ມິຖຸນາ 2026 ທີ່ຜ່ານມານີ້ເອງ.
ຖ້ຳກອງລໍ ແລະ ຜາມ່ານ (The Rock Viewpoint): ເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງລະດັບສາກົນ ຖ້ຳກອງລໍມີແມ່ນ້ຳໄຫລຜ່ານຍາວ 7,5 ກິໂລແມັດ ທີ່ສາມາດນັ່ງເຮືອລອດໄດ້ແທ້, ສ່ວນຜາໝ້ານກໍມີກິດຈະກຳ Zipline ຂ້າມຍອດພູຫີນປູນທີ່ເປີດໃຫ້ບໍລິການມາໄດ້ຫລາຍປີແລ້ວ.
ແມ່ນ້ຳຫີນບູນ (Nam Hinboun River): ສາຍນ້ຳຫລັກທີ່ລໍ່ລ້ຽງພື້ນທີ່ນີ້ ນັກທ່ອງທ່ຽວນິຍົມມາ ພາຍເຮືອຄາຍັກ (Kayaking) ຊົມທຳມະຊາດ ຫລື ນັ່ງເຮືອລ່ອງຊົມວິວສອງຝັ່ງນ້ຳ.
ວັງນ້ຳຂຽວ (Blue Lagoons): ວັງນ້ຳທຳມະຊາດທີ່ມີສີຟ້າຂຽວມໍລະກົດ ທີ່ເກີດຈາກສານລະລາຍຫີນບູນ.
ບ້ານວັດທະນະທຳ: ເຊັ່ນ ບ້ານນາຕານ (Ban Natan) ທີ່ຢູ່ອີກຟາກໜຶ່ງຂອງຖ້ຳກອງລໍ. ເປັນຈຸດທີ່ນັກທ່ອງທ່ຽວສາມາດໄປສຳຜັດວິຖີຊີວິດ, ນອນໂຮມສະເຕ (Homestay), ແລະ ເບິ່ງການເຮັດກະສິກຳແບບດັ້ງເດີມຂອງປະຊາຊົນ.
![]()
ສຳລັບດ້ານຊີວະນາໆພັນ ພື້ນທີ່ຍັງມີສັດປ່າ ແລະ ພັນພືດທີ່ມີຄຸນຄ່າ ລວມເຖິງຄ່າງໜ້າຂາວ (Laotian Langur) ແລະ ຂະຍຸ ຫລື ໜູຫີນລາວ (Laotian Rock Rat) ຊຶ່ງເປັນສັດຫາຍາກ ແລະ ມີຄຸນຄ່າດ້ານການສຶກສາວິທະຍາສາດ, ເປັນສັດລ້ຽງລູກດ້ວຍນົມທີ່ເຄີຍຄິດວ່າສູນພັນໄປແລ້ວ 11 ລ້ານປີ ແຕ່ຖືກຄົ້ນພົບຄັ້ງທຳອິດໃນໂລກຢູ່ເຂດຫີນປູນແຫ່ງນີ້.
ການຊຸກຍູ້ອຸທິຍານທໍລະນີຫີນບູນສູ່ອຸທິຍານທໍລະນີໂລກ UNESCO ຈຶ່ງບໍ່ແມ່ນພຽງການຍົກລະດັບແຫລ່ງທ່ອງທ່ຽວ ແຕ່ຍັງເປັນແນວທາງສຳຄັນໃນການອະນຸລັກມໍລະດົກທາງທໍລະນີສາດ, ທຳມະຊາດ ແລະ ວັດທະນະທຳ ພ້ອມທັງສ້າງໂອກາດດ້ານອາຊີບ ແລະ ລາຍໄດ້ໃຫ້ປະຊາຊົນ ໂດຍອາໄສການມີສ່ວນຮ່ວມຂອງຊຸມຊົນເປັນພື້ນຖານ.
ດັ່ງນັ້ນ ການຄຸ້ມຄອງພື້ນທີ່, ການອະນຸລັກແຫຼ່ງທຳມະຊາດ, ການສຶກສາຄົ້ນຄວ້າ ແລະ ການພັດທະນາການທ່ອງທ່ຽວຢ່າງຍືນຍົງ ຈຶ່ງເປັນກົນໄກສຳຄັນ ເພື່ອສ້າງອຸທິຍານທໍລະນີຫີນບູນໃຫ້ມີຄວາມພ້ອມ ແລະ ບັນລຸມາດຕະຖານສຳລັບການສະເໜີເຂົ້າສູ່ອຸທິຍານທໍລະນີໂລກ UNESCO ໃນອະນາຄົດ.
![]()
ເມື່ອບໍ່ດົນມານີ້, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຄະນະວິທະຍາສາດ ເພື່ອຄົ້ນຄວ້າ, ປະເມີນຜົນ ແລະ ວາງແຜນຄຸ້ມຄອງ-ອະນຸລັກ ພື້ນທີ່ ອຸທິຍານທໍລະນີຫີນບູນ (Hinboun Geopark).
ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ແມ່ນການປຶກສາຫາລື ແລະ ຈັດກຽມເອກະສານ ພ້ອມທັງກຳນົດທິດທາງ ເພື່ອ ສະເໜີເຂົ້າເປັນອຸທິຍານທໍລະນີໂລກ ແຫ່ງອົງການ UNESCO (UNESCO Global Geoparks). ພ້ອມນັ້ນ ຍັງໄດ້ມີການລາຍງານຜົນການຄົ້ນຄວ້າແຫຼ່ງບູຮານວິທະຍາທີ່ສຳຄັນຢ່າງ "ຖ້ຳຝາມື" ທີ່ຢູ່ບໍລິເວນທາງເຂົ້າອຸທິຍານ.
(ແຫລ່ງຂໍ້ມູນຈາກແຂວງຄຳມ່ວນ)
