ໃນປີ 2027 ຄຳມ່ວນວາງແຜນຜະລິດເຂົ້ານາແຊງ 16,000 ກວ່າເຮັກຕ້າ
ທ່ານ ແກ້ວບຸນຂວັນ ໄຊຍະວົງ ສາ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຄຳມ່ວນ ລາຍ ງານໃນກອງປະຊຸມສະຫລຸບຜົນ ການຈັດຕັ້ງປະຕິບັດວຽກງານ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ພ້ອມທັງວາງແຜນການຜະລິດພືດລະດູ ແລ້ງປີ 2027 ຂອງພະແນກກະສິ ກໍາ ແລະ ສິ່ງແວດລ້ອມແຂວງຄໍາ ມ່ວນ ໃນວັນທີ 8 ຕຸລາ 2026 ນີ້ ວ່າ: ສໍາລັບແຜນການຜະລິດພືດສໍາ ຮອງລະດູແລ້ງປີ 2027 ທົ່ວແຂວງ ມີແຜນການ 10.879 ເຮັກຕາ, ຄາດຄະເນຜົນຜະລິດ 73.503 ໂຕນ ໃນນີ້, ເນື້ອທ່ີແຜນການປູກພືດ ເພື່ອເປັນສະບຽງອາຫານ 3.931 ເຮັກຕາ, ຄາດຄະເນຜົນຜະລິດ 20.732 ໂຕນ, ແຜນການປູກເຂົ້າ ເປັນສິນຄ້າ 6.948 ເຮັກຕາ ແລະ ຄາດຄະເນຜົນຜະລິດ 52.771 ໂຕນ. ສ່ວນດ້ານການຜະລິດເຂົ້ານາ ປີ 2026 ຜ່ານມາ ສາມາດປະຕິບັດ 91.488 ເຮັກຕາ, ເສຍຫາຍຈາກ ໄພພິບັດ 25.324 ເຮັກຕາ, ເນື້ອ ທີ່ຍັງເຫລືອເກັບກ່ຽວ 66.164 ເຮັກຕາ, ເທ່ົາກັບ 70,31% (ແຜນ 94.102 ເຮັກຕາ) ໃນນີ້, ປູກ ເປັນສະບຽງອາຫານປະຕິບັດໄດ້ 52.867 ເຮັກຕາ, ເສຍຫາຍ 16.325 ເຮັກຕາ, ເນື້ອທີ່ຍັງເຫລືອ ເກັບກ່ຽວ 36.542 ເຮັກຕາ, ເທົ່າ ກັບ 67,27% (ແຜນ 54.319 ເຮັກຕາ) ແລະ ປູກເປັນສິນຄ້າ ປະຕິບັດໄດ້ 38.621 ເຮັກຕາ, ເສຍຫາຍ 8.999 ເຮັກຕາ, ເນື້ອ ທີ່ຍັງເຫລືອເກັບກ່ຽວ 29.622 ເຮັກຕາ, ເທ່ົາກັບ 74,45% (ແຜນ 39.783 ເຮັກຕາ) ມາຮອດວັນທີ 5 ຕຸລາ 2026 ກະສິກອນເລີ່ມລົງ ມືເກັບກ່ຽວໄດ້ 3.467 ເຮັກຕາ, ເທົ່າກັບ 5,24%; ການຜະລິດເຂົ້າ ເນີນສູງ 302 ເຮັກຕາ ໃນນັ້ນ, ເມືອງ ບົວລະພາ 130 ເຮັກຕາ ແລະ ເມືອງນາກາຍ 172 ເຮັກຕາ.
ດ້ານການຜະລິດພືດສໍາຮອງ ລະດູຝົນປະຕິບັດເນື້ອທີ່ປູກ 17.630 ເຮັກຕາ, ເສຍຫາຍ 2.291 ເຮັກຕາ, ເນື້ອທີ່ຍັງເຫລືອ ເກັບກ່ຽວ 15.339 ເຮັກຕາ, ເທົ່າ ກັບ 114,36% (ແຜນ 13,412 ເຮັກຕາ) ໃນນີ້, ປູກ ເປັນສະບຽງອາຫານປະຕິບັດໄດ້ 2.813 ເຮັກຕາ, ເສຍຫາຍ 715 ເຮັກຕາ, ເນື້ອທີ່ຍັງເຫລືອເກັບກ່ຽວ 2.098 ເຮັກຕາ, ເທົ່າກັບ 79,22% (ແຜນ 2.648 ເຮັກຕາ) ແລະ ເປັນສິນຄ້າປະຕິບັດໄດ້ 14.817 ເຮັກຕາ, ເສຍຫາຍ 1.575 ເຮັກຕາ, ເນື້ອທີ່ຍັງເຫລືອເກັບກ່ຽວ 13.242 ເຮັກຕາ, ເທົ່າກັບ 123,02% (ແຜນ 10,764 ເຮັກຕາ). ປັດຈຸບັນ ກະ ສິກອນເລີ່ມລົງມືເກັບກ່ຽວໄດ້ 9.321 ເຮັກຕາ, ເທົ່າກັບ 60,77%.
ທ່ານ ແກ້ວບຸນຂວັນ ໄຊຍະວົງ ສາ ໃຫ້ຮູ້ຕື່ມວ່າ: ດ້ານແຜນການ ສະໜອງນໍ້າຊົນລະປະທານໃນ ການຜະລິດລະດູແລ້ງປີ 2027 ທົ່ວ ແຂວງມີໂຄງການຊົນລະປະທານ 241 ໂຄງການ, ໃຊ້ໄດ້ 200 ໂຄງ ການ, ໃຊ້ບໍ່ໄດ້ 41 ໂຄງການ, ໃນການຜະລິດລະດູແລ້ງ ແຜນ ສະໜອງນໍ້າ 193 ໂຄງການ, ເນື້ອ ທີ່ໃຫ້ໄດ້ 16.381 ເຮັກຕາ ໃນນີ້, ເນື້ອທີ່ປູກພືດ 917 ເຮັກຕາ, ປູກ ເຂົ້ານາແຊງ 15.463 ເຮັກຕາ.
