ອິນໂດເນເຊຍ ເລີ່ມສົ່ງອອກແບັດເຕີຣີ ຍານພາຫະນະໄຟຟ້າ ເປັນຄັ້ງທຳອິດ

12/10/2026 21:53
Email Print 83
KPL - Asean 2024 ທ່ານ ປາໂບໂວ ຊູບຽນໂຕ ປະທານາທິບໍດີ ອິນໂດເນເຊຍ ໄດ້ເຂົ້າຮ່ວມໃນພິທີ ເປີດໂຕ ການສົ່ງອອກ ແບັດເຕີຣີ ຍານພາຫະນະໄຟຟ້າ ເປັນຄັ້ງທຳອິດ ຂອງ ອິນໂດເນເຊຍ ຢູ່ນິຄົມ ອຸດສາຫະກຳ ເວດາ ເບຍ (Weda Bay) ໃນແຂວງມາລູກູເໜືອ ຂອງ ອິນໂດເນເຊຍ

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ປາໂບໂວ ຊູບຽນໂຕ ປະທານາທິບໍດີ ອິນໂດເນເຊຍ ໄດ້ເຂົ້າຮ່ວມໃນພິທີ ເປີດໂຕ ການສົ່ງອອກ ແບັດເຕີຣີ ຍານພາຫະນະໄຟຟ້າ ເປັນຄັ້ງທຳອິດ ຂອງ ອິນໂດເນເຊຍ ຢູ່ນິຄົມ ອຸດສາຫະກຳ ເວດາ ເບຍ (Weda Bay) ໃນແຂວງມາລູກູເໜືອ ຂອງອິນໂດເນເຊຍ ຊຶ່ງຖືເປັນ ເປົ້າໝາຍສຳຄັນ ຂອງ ນະໂຍບາຍ ການເພີ່ມມູນຄ່າ ຊັບພະຍາກອນ ທຳມະຊາດ ພາຍໃນ ປະເທດ ເພື່ອຊຸກຍູ້ ຄວາມເຂັ້ມແຂງ ຂອງ ອຸດສາຫະກຳ ຍານພາຫະນະໄຟຟ້າ ທ້ອງຖິ່ນ.

ການສົ່ງອອກແບັດເຕີຣີ ຍານພາຫະນະໄຟຟ້າ ແມ່ນຂໍ້ພິສູດວ່າ ນະໂຍບາຍ ການປຸງແຕ່ງ ຊັບພະຍາກອນ ທຳມະ ຊາດ ເພື່ອເພີ່ມມູນຄ່າ ແມ່ນໄດ້ດຳເນີນ ໄປຕາມທາງ ທີ່ຖືກຕ້ອງ ແລະ ອິນໂດເນເຊຍ ຈະຍັງຄົງສືບຕໍ່ ຊຸກຍູ້ນະໂຍບາຍນີ້ຕໍ່ໄປ ພ້ອມທັງ ລະບຸວ່າ ຄວາມສຳເລັດ ດັ່ງກ່າວ ເປັນຜົນມາຈາກ ນະໂຍບາຍ ແລະ ການຕັດສິນໃຈ ຂອງ ລັດຖະບານຊຸດກ່ອນໆດ້ວຍ.

ນອກຈາກນີ້, ທ່ານ ປາໂບໂວ ຊູບຽນໂຕ ຍັງໄດ້ເຂົ້າຮ່ວມ ໃນພິທີເປີດ ການດຳເນີນງານ ເຊີງການຄ້າ  ຂອງໂຄງການ ເພີ່ມມູນຄ່າ ຊັບພະຍາກອນ ທຳມະຊາດ 4 ໂຄງການ, ພ້ອມດ້ວຍ ການວາງສິລາລືກ ກໍ່ສ້າງໂຮງງານອຸດສາຫະກຳໃໝ່ 7 ແຫ່ງ  ຢູ່ນິຄົມອຸດສາຫະກຳ ດັ່ງກ່າວ ອີກດ້ວຍ./

KPL