ອົດສະຕຣາລີ ເລີ່ມກໍ່ສ້າງໂຄງການ ແຮ່ທາດຫາຍາກ ຂະໜາດໃຫຍ່
Email
Print
83
KPL - Asean 2024
ລັດຖະບານ ອົດສະຕຣາລີ ປະກາດ ເລີ່ມກໍ່ສ້າງ ໂຄງການ ແຮ່ທາດຫາຍາກ (Rare Earths) ໃນພື້ນທີ່ເໜືອ ຫລື (Northern Territory) ຂອງ ອົດສະຕຣາລີ ໂດຍໄດ້ຮັບເງິນການລົງທຶນ ສະໜັບ ສະໜູນ ຈາກລັດຖະບານກາງ ດ້ວຍມູນຄ່າ 1,2 ຕື້ໂດລາ ອົດສະຕຣາລີ.
ຂປລ. ສຳນັກຂ່າວຊິນຮວາຂອງ ສປຈີນ: ເມື່ອບໍ່ດົນມານີ້, ລັດຖະບານ ອົດສະຕຣາລີ ປະກາດ ເລີ່ມກໍ່ສ້າງ ໂຄງການ ແຮ່ທາດຫາຍາກ (Rare Earths) ໃນພື້ນທີ່ເໜືອ ຫລື (Northern Territory) ຂອງ ອົດສະຕຣາລີ ໂດຍໄດ້ຮັບເງິນການລົງທຶນ ສະໜັບ ສະໜູນ ຈາກລັດຖະບານກາງ ດ້ວຍມູນຄ່າ 1,2 ຕື້ໂດລາ ອົດສະຕຣາລີ. ໂດຍ ຄາດວ່າຈະສາມາດ ຜະລິດ ແຮ່ທາດຫາຍາກ ເພື່ອຮອງຮັບ ຄວາມຕ້ອງການ ທົ່ວໂລກ ໄດ້ປະມານ 4-5%.
ໂຄງການ ດັ່ງກ່າວ ມີຊື່ວ່າ "ອາຣາຟູຣາ ແຮ່ເອີ້ນສ໌ ໂນແລນສ" ເຊິ່ງຕັ້ງຢູ່ ທາງຕອນເໜືອ ຂອງ ເມືອງອາລິດສະປຣິງ ປະມານ 135 ກິໂລແມັດ, ໂດຍລັດຖະບານ ຄາດວ່າ ຈະຊ່ວຍເສີມສ້າງ ຄວາມໝັ້ນຄົງ ທາງເສດຖະກິດ ແລະ ຄວາມໝັ້ນຄົງ ລະດັບຊາດ ຂອງ ປະເທດ ຜ່ານການຈັດຫາ ວັດຖຸດິບສຳຄັນ ທີ່ຖືກນຳມາໃຊ້ ໃນເຕັກໂນໂລຊີ ພະລັງງານສະອາດ ແລະ ອຸດສາຫະກຳ ປ້ອງກັນ ປະເທດ./
