ເມັກຊິກ ອອກກົດໝາຍຫ້າມຜູ້ຖືສອງສັນຊາດ ລົງຊີງຕຳແໜ່ງ ປະທານາທິບໍດີ-ເຈົ້າແຂວງ

12/10/2026 21:55
Email Print 83
KPL - Asean 2024 ທ່ານ ເຄົາເດຍ ໄຊບຳ ປະທານາທິບໍດີ ເມັກຊິກ ໄດ້ລົງນາມ ໃນກົດໝາຍ ການປະຕິຮູບ ລັດຖະທຳມະນູນ ຊຶ່ງຫ້າມ ບໍ່ໃຫ້ບຸກຄົນ ທີ່ ຖືສອງສັນຊາດ ລົງສະໝັກ ຮັບເລືອກຕັ້ງ ໃນຕຳແໜ່ງ ປະທານາທິບໍດີ, ເຈົ້າແຂວງ (ຜູ້ວ່າການລັດ) ຫລື ຫົວໜ້າຄະນະ ລັດຖະບານ ຂອງ ເມັກຊິກ.

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ເຄົາເດຍ ໄຊບຳ ປະທານາທິບໍດີ ເມັກຊິກ ໄດ້ລົງນາມ ໃນກົດໝາຍ ການປະຕິຮູບ ລັດຖະທຳມະນູນ ຊຶ່ງຫ້າມ ບໍ່ໃຫ້ບຸກຄົນ ທີ່ ຖືສອງສັນຊາດ ລົງສະໝັກ ຮັບເລືອກຕັ້ງ ໃນຕຳແໜ່ງ ປະທານາທິບໍດີ, ເຈົ້າແຂວງ (ຜູ້ວ່າການລັດ) ຫລື ຫົວໜ້າຄະນະ ລັດຖະບານ ຂອງ ເມັກຊິກ.

ຮ່າງກົດໝາຍ ດັ່ງກ່າວ ໄດ້ຮັບຄວາມເຫັນດີ ເຫັນພ້ອມ ຈາກ ສະພາສູງ ແລະ ສະພາສູງຜູ້ແທນ ປະຊາຊົນ ລວມທັງ ໄດ້ຮັບການ ຮັບຮອງ ຈາກສະພານິຕິບັນຍັດ ຂອງລັດ ຕາມຈຳນວນທີ່ກຳນົດໄວ້. ເຖິງຢ່າງໃດກໍ່ຕາມ, ກົດໝາຍ ຈະມີຜົນບັງຄັບໃຊ້ ທັນທີ ຫລັງຈາກປະກາດໃຊ້, ແຕ່ກົດລະບຽບໃໝ່ນີ້ ຈະເລີ່ມມີຜົນ ຕໍ່ຂະບວນການ ເລືອກຕັ້ງ ໃນປີ 2028 ເປັນຕົ້ນໄປ.

ພາຍໃຕ້ ກົດໝາຍ ການປະຕິຮູບນີ້, ຜູ້ທີ່ມີຄວາມປະສົງ ລົງສະໝັກ ຮັບເລືອກຕັ້ງ ໃນຕຳແໜ່ງ ການເມືອງ ລະດັບສູງ ຈະຕ້ອງໄດ້ ສະຫລະ ສັນຊາດອື່ນ ທີ່ຖືຢູ່ ກ່ອນລົງສະໝັກ ຮັບເລືອກຕັ້ງ ກັບໜ່ວຍງານ ຈັດການ ເລືອກຕັ້ງ ຂອງເມັກຊິກ. ໂດຍ ລຸຍຊາ ມາເຣຍ ອາລຄາລເດ (Luisa María Alcalde) ທີ່ປຶກສາ ຝ່າຍກົດໝາຍ ຂອງປະທານາທິບໍດີ ລະບຸວ່າ ມາດຕະການ ດັ່ງກ່າວ ໄດ້ຮັບການ ຊຸກຍູ້ ຈາກ ຝ່າຍບໍລິຫານ ຂອງ ທ່ານ ເຄົາເດຍ ໄຊບຳ ເພື່ອປ້ອງກັນການ ແຊກແຊງຈາກຕ່າງປະເທດ./

KPL