ຄະນະຜູ້ແທນ ຄອສພ ສຳເລັດ ການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

05/10/2026 11:24
Email Print 83
KPL - Asean 2024 ຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ນໍາໂດຍສະຫາຍ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ລະຫວ່າງວັນທີ 28 ກັນຍາ ຫາ 2 ຕຸລາ 2026.

ຕອນເຊົ້າວັນທີ 29 ກັນຍາ 2026, ຢູ່ນະຄອນຫຼວງຮ່າໂນ້ຍ ສະຫາຍ ສາຄອນ ພົມມະລາດ ພ້ອມຄະນະໄດ້ພົບປະເຮັດວຽກຢ່າງເປັນທາງການກັບຄະນະຜູ້ແທນຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ນໍາໂດຍສະຫາຍ ຟານ ຊວນ ຖຸຍ (Phan Xuan Thuy), ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເມືອງ, ເສດຖະກິດ-ສັງຄົມຂອງສອງປະເທດ, ພ້ອມທັງຕີລາຄາສູງຕໍ່ການຮ່ວມມືສອງຝ່າຍນັບແຕ່ປີ 2022-2026, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບທິດທາງການປະສານສົມທົບກັນໃນຕໍ່ໜ້າ ເປັນຕົ້ນການຮ່ວມມືໄລຍະ 2027-2031, ສອງຝ່າຍຈະຍູ້ແຮງການຮ່ວມມືດ້ານສື່ມວນຊົນ, ການພິມຈໍາໜ່າຍ, ຂໍ້ມູນຂ່າວສານການຕ່າງປະເທດ ແລະ ການໂຄສະນາໃນແພລດຟອມດີຈິຕອນ; ປະສານສົມທົບຜະລິດຜະລິດຕະພັນສື່ປະສົມ (Multimedia) ປະສານສົມທົບກັນຮັບຮູ້, ຕອບໂຕ້ ແລະ ໂຕ້ແຍ້ງຂໍ້ມູນຂ່າວສານທີ່ບິດເບືອນຄວາມຈິງກ່ຽວກັບສາຍພົວພັນ ລາວ-ຫວຽດນາມ.

ຕອນບ່າຍວັນດຽວກັນ, ສະຫາຍ ສາຄອນ ພົມມະລາດ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ຈິ້ງ ວັນ ກວຽດ (Tranh Van Quyet), ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ.

ໃນວັນທີ 30 ກັນຍາ 2026, ຄະນະຜູ້ແທນລາວ ໄດ້ສືບຕໍ່ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງແຄ່ງຮ່ວາ (Khanh Hoa) ພ້ອມທັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວ ແລະ ບູຮານສະຖານຈໍານວນໜຶ່ງຢູ່ເມືອງຍາຈາງ (Nha Trang) ຕື່ມອີກ.

ຂ່າວ: ວສລ ພາບ: ຄະນະຜູ້ແທນ ຄອສພ

KPL