ເສດຖະກິດໃນພາກພື້ນ ອາຊຽນ-ສປ ຈີນ-ຍີ່ປຸ່ນ-ສ ເກົາຫລີ ສືບຕໍ່ມີຄວາມໝັ້ນທ່ຽງ

06/10/2026 03:41
Email Print 83
KPL - Asean 2024 ຫ້ອງ​ການ​ຄົ້ນ​ຄວ້າ ​ເສດ​ຖະ​ກິ​ດ​ ມະ​ຫາ​ພາກ ​​ອາ​ຊຽນ-ຈີນ, ຍີ່​ປຸ່ນ, ສ​ ເກົາຫລີ ໄດ້​ປະ​ກາດ ບົດ​ລາຍ​ງານ​ ຄວາມ​ໝັ້ນ​ທ່ຽງ​ ດ້ານ​ການ​ທະ​ນາ​ຄານ ​ຢູ່​ພາກ​ພື້ນ​ອາ​ຊຽນ-ຈີນ, ຍີ່​ປຸ່ນ, ສ ເກົາຫລີ ສະ​ບັບ 2026 ແລະ ບົດ​ລາຍ​ງາ​ນ​ຄາດ​ຄະ​ເນ​ເສດ​ຖະ​ກິດ ​ຢູ່​ພາກ​ພື້ນອາ​ຊຽນ-ສປ ຈີນ, ຍີ່​ປຸ່ນ, ສ ເກົາຫລີ ປີ 2026 ສະ​ບັບ​ປັບ​ປຸງ​ໃໝ່ ​ໃນ​ເດືອນ​ຕຸ​ລາ ຢ່າງ​ເປັນ​ທາງ​ການ.

   ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນ​ທີ 5 ຕຸ​ລາ​ນີ້, ຫ້ອງ​ການ​ຄົ້ນ​ຄວ້າ ​ເສດ​ຖະ​ກິ​ດ​ ມະ​ຫາ​ພາກ ​​ອາ​ຊຽນ-ຈີນ, ຍີ່​ປຸ່ນ, ສ​ ເກົາຫລີ ໄດ້​ປະ​ກາດ ບົດ​ລາຍ​ງານ​ ຄວາມ​ໝັ້ນ​ທ່ຽງ​ ດ້ານ​ການ​ທະ​ນາ​ຄານ ​ຢູ່​ພາກ​ພື້ນ​ອາ​ຊຽນ-ຈີນ, ຍີ່​ປຸ່ນ, ສ ເກົາຫລີ ສະ​ບັບ 2026 ແລະ ບົດ​ລາຍ​ງາ​ນ​ຄາດ​ຄະ​ເນ​ເສດ​ຖະ​ກິດ ​ຢູ່​ພາກ​ພື້ນອາ​ຊຽນ-ສປ ຈີນ, ຍີ່​ປຸ່ນ, ສ ເກົາຫລີ ປີ 2026 ສະ​ບັບ​ປັບ​ປຸງ​ໃໝ່ ​ໃນ​ເດືອນ​ຕຸ​ລາ ຢ່າງ​ເປັນ​ທາງ​ການ. ບົດ​ລາຍ​ງານ​ລະ​ບຸ​ວ່າ: ເຖິງວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ ຈາກ​ພະ​ລັງ​ງານ​ຢູ່​ຕາ​ເວັນ​ອອກ​ກາງ​ກໍ​ຕາມ, ແຕ່​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ​ນີ້ ​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ. ຫ້ອງ​ການ​ຄົ້ນ​ຄວ້າ ​ເສດ​ຖະ​ກິ​ດ ມະ​ຫາ​ພາກ​​ ອາ​ຊຽນ-ສປ ຈີນ, ຍີ່​ປຸ່ນ, ສ​ ເກົາຫລີ ຄາດ​ຄະ​ເນ​ວ່າ: ຈັງ​ຫວະ​ເຕີບ​ໂຕ​ເສດ​ຖະ​ກິດ ຢູ່​ພາກ​ພື້ນ​ໃນ​ປີ 2026 ແລະ 202​7 ລ້ວນ​ແຕ່​ແມ່ນ 4.1%, ອັດ​ຕາ​ເງິນ​ເຟີ້​ຕ່າງ​ແມ່ນ 1.6% ແລະ 1.7% ຕາມ​ລຳ​ດັບ.  ການ​ສົ່ງ​ອອກ ແລະ ການ​ລົງ​ທຶນ​ດ້ານ​ປັນ​ຍາ​ປະ​ດິດ​ເພີ່ມ​ຂຶ້ນ ຈະ​ເປັນ​​ສິ່ງຄ້ຳ​ປະ​ກັນ​ ຕໍ່​ການ​ເຕີບ​ໂຕ​ ຂອງ​ເສດ​ຖະ​ກິດ, ​ສ່ວນ​ລາ​ຄາ​ພະ​ລັງ​ງານ​ເພີ່ມ​ຂຶ້ນ ແລະ ລາ​ຄາ​ອາ​ຫານ​ເພີ່ມ​ຂຶ້ນ ​ຍ້ອນ​ປາ​ກົດ​ການ​ເອວ​ນີ​ໂຢ​​ ອາດ​ຈະ​ເຮັດ​ໃຫ້​ອັດ​ຕາ​ເງິນ​ເຟີ້​ສູງ​ຂຶ້ນ. ເຖິງວ່າ​ປະ​ເຊີນ​ກັບ​ປັດ​ໄຈ​ທາງ​ລົບ ​ຈາກ​ພາຍນອກ ແລະ ອັດ​ຕາ​ດອກ​ເບ້ຍ ໂດ​ລາສະຫະລັດ ​ເພີ່ມ​ຂຶ້ນ, ແຕ່​ກຸ່ມ​ເສດ​ຖະ​ກິດ ອ​າ​ຊຽນ-ສປ ຈີນ, ຍີ່​ປຸ່ນ, ສ ເກົາຫລີ ຍັງ​ມີ​ຄວາມເຂັ້ມ​ແຂງ​ສົມ​ຄວນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL