ໂອເປັກ + ເຫັນດີ ຮັກສາປະລິມານນ້ຳມັນ

06/10/2026 03:41
Email Print 83
KPL - Asean 2024 ອົງການບັນດາປະເທດ ສົ່ງອອກນ້ຳມັນ ແລະ ປະ​ເທດຄູ່ຮ່ວ​ມ​ມື (OPEC+) ໄດ້ແຈ້ງວ່າ 7 ປະເທດ ສະມາຊິກ (ລວມ​ມີ: ຊາອຸດີ ອາຣາເບຍ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ​ລັດເຊຍ) ໄດ້ຕົກ​ລົງຮັກສາ ລະດັບປະ​ລິ​ມານນ້ຳມັນ ສູງສຸດ ປະຈຸບັນໃນເດືອນ ພະຈິກ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ອົງການບັນດາປະເທດ ສົ່ງອອກນ້ຳມັນ ແລະ ປະ​ເທດຄູ່ຮ່ວ​ມ​ມື (OPEC+) ໄດ້ແຈ້ງວ່າ 7 ປະເທດ ສະມາຊິກ (ລວມ​ມີ: ຊາອຸດີ ອາຣາເບຍ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ​ລັດເຊຍ) ໄດ້ຕົກ​ລົງຮັກສາ ລະດັບປະ​ລິ​ມານນ້ຳມັນ ສູງສຸດ ປະຈຸບັນໃນເດືອນ ພະຈິກ. ສິ່ງ​ດັ່ງ​ກ່າວ ​ໝາຍ​ຄວາມວ່າ 7 ປະເທດນີ້ ຈະຮັກສາຍອດ​ປະ​ລິ​ມານ​ນ້ຳມັນ ​ຢູ່​ລະ​ດັບສູງສຸດ​ ​ຂຶ້ນ​ເປັນ 31,01 ລ້ານຖັງ/ວັນ. ເຖິງຢ່າງໃດກໍ່ຕາມ, ​ປະ​ລິ​ມານນີ້​ ຍັງ​ບໍ່​ທັນ​ຄິດ​ໄລ່​ເຖິງ​​​ ແຜນການຊົດເຊີຍ​ ໃຫ້​ແກ່​ ປະ​ລິ​ມານ​ການຂຸດຄົ້ນ ທີ່ເກີນລະດັບ, ​ໝາຍ​ຄວາມ​ວ່າ​ ປະລິ ມານ ນ້ຳມັນ ເຊິ່ງ​ບັນ​ດາສະມາຊິກ OPEC+ ຕ້ອງຫຼຸດ​ການ​ຂຸດ​ຄົ້ນລົງ​ ເມື່ອ​ທຽບ​ໃສ່ ​ລະ​ດັບທີ່​ໄດ້ອະນຸຍາດ ຍ້​ອນ​ໄດ້​ຂຸດ​ຄົ້ນ ​ເກີນ​ລະ​ດັບ​ກ່ອນ​ແລ້ວ.ຄາດ​ວ່າ ກຸ່ມບັນດາປະເທດເຫລົ່ານີ້ ຈະຈັດ ກອງປະ ຊຸມ ປະ​ຈຳ​ເດືອນ ຄັ້ງ​ຕໍ່ ​ໄປໃນວັນທີ 1 ພະຈິກ ເພື່ອຕີ​ລາ​ຄາ​ ສະ​ພາບ​ ການຕະຫລາດ ອີກຄັ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL