ຄະນະນັກກິລາຈີນ ຄວ້າຫລຽນຄຳ ເກືອບ 170 ຫລຽນ

06/10/2026 03:42
Email Print 83
KPL - Asean 2024 ຄະ​ນະ​ນັກ​ກິ​ລາ​ຈີນ ​ໄດ້​ຄວ້າຫລຽນ​ຄຳ​ 169 ຫລຽນ, ຫລຽນ​ເງິນ 89 ຫລຽນ ແລະ ຫລຽນ​ທອງ 83 ຫລຽນ ຢືນຢູ່ແຖວໜ້າ ໃນຕາຕະລາງ ສະຫລຸບຫລຽນ​ ໃນງ​ງານ​ມະ​ຫະ​ກຳ​ກິ​ລາ​ ເອ​ຊຽນ​ເກມ 12 ຄັ້ງ

    ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ຄະ​ນະ​ນັກ​ກິ​ລາ​ຈີນ ​ໄດ້​ຄວ້າຫລຽນ​ຄຳ​ 169 ຫລຽນ, ຫລຽນ​ເງິນ 89 ຫລຽນ ແລະ ຫລຽນ​ທອງ 83 ຫລຽນ ຢືນຢູ່ແຖວໜ້າ ໃນຕາຕະລາງ ສະຫລຸບຫລຽນ​ ໃນງ​ງານ​ມະ​ຫະ​ກຳ​ກິ​ລາ​ ເອ​ຊຽນ​ເກມ 12 ຄັ້ງ ໄດ້ສິ້ນສຸດລົງ ໃນວັນ​ທີ 4 ຕຸ​ລາ​ນີ້, ພິທີປິດງານມະຫະກໍາກິລາ ເອຊຽນເກມ ຄັ້ງທີ 20 ໄດ້ຈັດຂຶ້ນ ຢູ່ສະ​ໜາມ​ແລ່ນ ແລະ ລານ ຂອງ​ສວນ​ສາ​ທາ​ລະ​ນະ ມິ​ຈຸ​ໂຮະ ນະຄອນ ນາໂກຢາ ປະເທດຍີ່ປຸ່ນ. ຈຳ​ນວນຫລຽນ​ຄຳ​ສ້າງ​ສະ​ຖິ​ຕິ​ໃໝ່​ຂອງ​ສປ ຈີນ ​ໃນງານມະຫະກໍາກິລາເອຊຽນເກມ​ ທີ່​ຈັດ​ຢູ່​ຕ່າງ​ປະ​ເທດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL